ໃນຊ່ວງນີ້ໄວຣັສທີ່ເຮັດໃຫ້ໄຟລ໌ ຫລືໂຟນເດີຢູ່ໃນແຟລຊໄດຼ(USB Flash Drive) ຫາຍກຳລັງລະບາດຢ່າງໜັກ ໂດຍສະເພາະຜູ້ທີ່ມັກເອົາຍູເອັດບີໄປສຽບກັບເຄື່ອງອື່ນ ເຊັ່ນ: ເຄື່ອງຢູ່ຫ້ອງການ, ສຳນັກງານ ຕາມຮ້ານເນັດ ຫລືຄອມຂອງບໍລິສັດ ທີ່ເປັນແຫຼ່ງເພາະເຊື້ອຂອງໄວຣັສນີ້ ຫລືຫຼາຍໆຄົນມັກເອີ້ນຕິດປາກກັນວ່າ “ໄວຣັສເຊື່ອງໄຟລ໌”
ການສັງເກດອາການອາການຂອງການຕິດໄວຣັສເຊື່ອງໄຟລ໌ ສັງເກດໃນຍູເອັດບີແຟລຊໄດຼຂອງເຮົາ ຈະບໍ່ປະກົດເຫັນໂຟນເດີ ແລະໄຟລ໌ໃດໆ ແຕ່ຈະມີ shortcut ຂອງໂຟນເດີນັ້ນຂື້ນມາແທນທີ່ ບາງເທື່ອກໍ່ເຫັນແຕ່ໂຟນເດິີ System Volume Information. ຊື່ງບາງຄົນເຫັນແບບນີ້ແລ້ວ ມັກຈະເອົາໄຟລ໌ໄດຼໄປຟໍແມັດ ເຮັດໃຫ້ສູນເສຍຂໍ້ມູນໄປຈົນໝົດກ້ຽງ
ແຕ່ລ່າສຸດ ມີຄົນໄທໄດ້ສ້າງໂປຣແກຣມກ່ຽວກັບການແກ້ປັນຫາໄວຣັສເຊື່ອງໄຟລນີ້ມາໂດຍສະເພາະ ຊື່ໂປຣແກຣມວ່າ Hidden Fixer
ການໃຊ້ງານໂປຣແກຣມສຳລັບການໃຊ້ງານກໍ່ງ່າຍໆ ເມື່ອເຮົາຕິດຕັ້ງໂປຣມແກຣມ Hidden Fixer ລົງຄອມແລ້ວ ເມື່ອເປີດຂື້ນມາແລ້ວ (ໃຫ້ກົດ Skip Ads ເພື່ອຂ້າມໂຄສະນາ) ຈາກນັ້ນກົດປຸ່ມ Browse ເພື່ອເລືອກໄດຼທີ່ເປັນແຟລຊໄດຼຂອງເຮົາ ເຊັ່ນ: E:, F: H:
ສາມາດກົດ Advance Option ເພື່ອປັບແຕ່ງຕົວເລືອກການທຳງານເພີ່ມເຕີມຂອງໂປຣແກຣມໄດ້ ຫລືບໍ່ຢາກຈະປັບແຕ່ງກໍ່ກົດປຸ່ມ FIX NOW ເພື່ອແກ້ໄຂໄດ້ເລີຍ
ຈາກນັ້ນໃຫ້ລໍຖ້າໂປຣແກຣມແກ້ໄຂໄຟລໃຫ້ເຮົາອັດຕະໂນມັດ ໃຊ້ເວລາໜ້ອຍດຽວ ແລະໄຟລທີ່ຖືກເຊື່ອງກໍ່ກັບມາເໝືອນເດີມ!!! ງ່າຍໆ ບໍ່ຕ້ອງໃສ່ຄຳສັ່ງ cmd ໃຫ້ມັນຫຍຸ້ງຍາກເລີຍ
ສາມາດດາວໂຫລດໂປຣມແກຣມ Hidden Fixer ໄດ້ຈາກລິ້ງນີ້ເລີຍ >> ກົດດາວໂຫລດ
0 Comments