ໝົດເປືອກ!! ທ່ານ ປອ ພັນຄຳ ວິພາວັນ ໃຫ້ທັດສະນະຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນຄັ້ງທີ III

ທ່ານ ປອ ພັນຄຳ ວິພາວັນ ເພີ່ນໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນຄັ້ງທີ III ທີ່ຜ່ານມາມີກະແສຂ່າວໃນດ້ານລົບທີ່ບໍ່ດີຕ່າງໆນາໆຂອງສັງຄົມກ່ຽວກັບກະຊວງການເງິນ ມີດັ່ງນີ:

1. ຍັງມີສະມາຊິກພັກພະນັກງານທີ່ຍັງບໍ່ກຳໄດ້ລະບຽບຫລັກການພື້ນຖານທີ່ຕົນເອງຮັບຜິດຊອບ, ຍັງບໍ່ທັນກຳໄດ້ແນວທາງນະໂຍບາຍ ແລະ ກົດຫມາຍ.

ຈັດການສອບເສັງທົດສອບຄວາມຮູ້ຂອງພະນັກງານເຫັນວ່າຫລາຍສະຫາຍບໍ່ຜ່ານ, ມີການຍາດກັນເຂົ້າມາຢູ່ຂະແຫນງການເງິນ ແຕ່ວ່າຄວາມຮູ້ຄວາມສາມາດບໍ່ມີຊໍ້າບໍ່ໜໍ່າມີແນວຄິດຕໍ່າ ປ່ອງແຕ່ສິກິນເງິນ


3. ຝາກຄວາມຫວັງວ່າຄະນະພັກກະຊວງຊຸດໃຫມ່ຈະບໍ່ເຮັດໃຫ້ພັກລັດຜິດຫວັງ.

4. ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ຫນ້ານີ້ແມ່ນພາບພົດ ແລະ ຫາງສຽງທາງລົບທີ່ບໍ່ຈົບບໍ່ງາມຂອງສັງຄົມຕໍ່ຂະແຫນງການເງິນ.

5. ຫາງສຽງຂອງສັງຄົມ ພາບພົດລົບຕໍ່ພະນັກງານການເງິນແມ່ນມີຫລາຍ ເຖິງແມ່ນວ່າຄະນະພັກຊຸດຜ່ານມາໄດ້ມີຄວາມພະຍາມສູງໃນການແກ້ໄຂປະກົດການຫຍໍ້ທໍ້



6. ປະຊາຊົນເຫັນພະນັກງານພາສີ ແລະ ອາກອນມາ ປະຊາຊົນເອີ້ນວ່າເສືອຫາກິນມາ ແລະ ເຮົາຈະຕິປະຊາຊົນບໍ່ໄດ້ ເພາະບາງເທື່ອເຮົາກໍ່ເຮັດແນວບໍ່ດີນໍາເຂົາແທ້. ຄິດວ່າຂ້າພະເຈົ້າເວົ້າຍອກເບາະສະຫາຍຖ້າສິ່ງສັກສິດມີແທ້ໄປສາບານແມ້ວ່າສະຫາຍບໍ່ຫັກລົບເອົາຈັກກີບ ຢ້ານແຕ່ສິຕາຍຫລາຍກວ່າ.

7. ສັງຄົມບໍ່ໜ້ອຍຍັງຂາດສັດທາຕໍ່ພະນັກງານການເງິນ.

8. ຜ່ານມາກໍມີຫລັກຖານ ມີສາເຫດ, ບາງຄົນກໍໄປຖາມເອົາເງິນນຳປະຊາຊົນຈະໆນີ້ແຫລະ ບໍ່ແມ່ນເວົ້າລ້າ, ໄປເຂັ່ນຮຽກເອີ້ນເອົາ ຫລື ຂົ່ມຂູ່ເອົາກໍມີ.

ຂໍ້ມູນຂ່າວຈາກ: Grandeur Law House

0 Comments