ຟີເຈີໃໝ່! Vanish Mode ໃຜແຄັບຈໍຮູ້ໝົດ!! ເປີດໃຊ້ແລ້ວກັບ FB Messenger

Vanish Mode ເປັນໂໝດທີ່ລະບົບຈະລົບຂໍ້ຄວາມແຊັດໂດຍອັດຕະໂນມັດເທິງ Messenger ແລະ Instagram direct ໂດຍຈະລົບແຊັດຫຼັງຈາກຜູ້ໃຊ້ງານເຫັນຂໍ້ຄວາມແລ້ວ ແລະ ອອກຈາກການແຊັດ ແຕ່ບໍ່ແມ່ນພຽງລົບຂໍ້ຄວາມເທົ່ານັ້ນ ລວມໄປເຖິງ ອີໂມຈິ, ຮູບພາບ, GIF, ຂໍ້ຄວາມສຽງ ແລະິ ສະຕິກເກີອີກດ້ວຍ

ການໃຊ້ງານ Vanish Mode ຜູ້ໃຊ້ຈະຕ້ອງເປີດໂໝດໃຊ້ງານເອງ ດ້ວຍການປັດໜ້າຈໍຂຶ້ນ ໃນຫ້ອງແຊັດນັ້ນ ແລະ ຫາກຕ້ອງການປິດ ກໍ່ປັດໜ້າຈໍຂຶ້ນອີກຄັ້ງ ກໍ່ຈະກັບສູ່ໂໝດປົກກະຕິ ແລະ ນອກຈາກການລົບແຊັດ Vanish Mode ຍັງແຈ້ງເຕືອນເມື່ອມີຄົນແຄັບແຊັດເຮົາອີກດ້ວຍ.

Facebook ຊີ້ແຈງເຫດຜົນທີ່ອອກຟີເຈີນີ້ມາ ເພາະປັດຈຸບັນຜູ້ໃຊ້ງານ ໂດຍສະເພາະກຸ່ມໄວໜຸ່ມ ນິຍົມການແຊັດ ແລະ ໂພສເນື້ອຫາ ແບບຫາຍໄປໂດຍອັດຕະໂນມັດຫຼາຍຂຶ້ນ ເຊິ່ງສິ່ງເຫຼົ່ານີ້ເຮັດໃຫ້ເຫັນເຖິງການເພີ່ມຄວາມເປັນສ່ວນຕົວໃຫ້ກັບຜູ້ໃຊ້ງານອີກດ້ວຍ.

0 Comments