ຮັກແທ້ຂອງສາວຫວຽດນາມ ຕາມຫາສາມີຂອງນາງ, ຫາຍຕົວອອກຈາກເຮືອນເປັນເວລາ 11 ປີ

 ຊາວເນັດຫວຽດນາມ ຍ້ອງຍໍຜູ້ຍິງຕາມຫາຜົວຂອງນາງທີ່ປ່ວຍທາງຈິດ ຫລັງອອກຈາກເຮືອນ 11 ປີ ໂຊກດີເຫັນຄົນລົງພາບຊາຍທີ່ບໍ່ມີເຮືອນຢູ່ໃນ TikTok. 

ມັນໄດ້ກາຍເປັນປະເດັນທີ່ມີການສົນທະນາກັນໃນສື່ສັງຄົມອອນລາຍຂອງຫວຽດນາມ. ຫລັງຈາກຜູ້ໃຊ້ TikTok ຄົນໜຶ່ງໄດ້ລົງຮູບພາບຂອງຜູ້ຊາຍທີ່ບໍ່ມີເຮືອນຢູ່ທີ່ຍ່າງຜ່ານເຮືອນ. ເພື່ອຕາມຫາຍາດພີ່ນ້ອງຂອງຊາຍຄົນດັ່ງກ່າວ ຈົນກ່ວາມີຍິງສາວຄົນໜຶ່ງໄດ້ຕິດຕໍ່ເຂົ້າມາ ແລະອ້າງວ່າເປັນເມຍຂອງຜູ້ຊາຍຄົນດັ່ງກ່າວ

ຜູ້ຍິງຄົນນີ້ເວົ້າວ່າຜົວຂອງລາວເປັນໂຣກຈິດ. ສາມີໄດ້ໜີອອກຈາກເຮືອນເມື່ອ 10 ປີກ່ອນ ແລະຍັງໄດ້ສົ່ງຮູບຜົວຂອງນາງເມື່ອ 11 ປີກ່ອນເປັນຫຼັກຖານ. ພ້ອມທັງຂໍໃຫ້ເຈົ້າຂອງໂພສ໌ ຊ່ວຍກວດກາເບິ່ງຮອຍສັກ ທີ່ຢູ່ເທິງໜ້າເອິກຂອງລາວ ຫາກທ່ານພົບເຫັນລາວອີກຄັ້ງ

ຂໍ້ມູນທີ່ນາງໃຫ້ແມ່ນກົງກັບເຈົ້າຂອງກະທູ້ໄດ້ໂພສ. ເຊິ່ງຜູ້ຊາຍທີ່ວ່ານີ້ຢູ່ໄດ້ຢູ່ໃນບໍລິເວນບ້ານຂອງລາວເປັນເວລາຫລາຍກວ່າ 10 ປີ ກ່ອນທີ່ລາວຈະຮັບປາກວ່າຈະໄປຊອກຫາໃຫ້. ແຕ່ຊາຍຄົນນີ້ມັກຈະຍ່າງໄປມາຢ່າງບໍ່ມີຈຸດໝາຍ. ແລະບາງຄັ້ງກໍ່ບໍ່ເປັນເວລາຫລາຍອາທິດ

ແຕ່ໂຊກດີສາມາດຕາມຫາຜູ້ຊາຍຄົນດັ່ງກ່າວໄດ້ໄວ. ແລະເມື່ອສັງເກດເບິ່ງກໍ່ພົບວ່າຊາຍຄົນດັ່ງກ່າວກັບສາມີຂອງຍິງສາວທີ່ຢ່າງຫຼິ້ນຕິດຕໍ່ເຂົ້າມາມີລັກສະນະຄ້າຍຄືກັນຫຼາຍ ບໍ່ວ່າຈະເປັນຮູບລາຍສັກຫລືຮູບຮ່າງໜ້າຕາ. ຈຶ່ງໄດ້ບອກທີ່ຢູ່ໃຫ້ຍິງສາວຜູ້ທີ່ອ້າງວ່າເປັນພັນລະຍາຂອງຜູ້ຊາຍທີ່ບໍ່ມີເຮືອນຢູ່

ຍິງສາວຄົນນີ້ກໍ່ໄດ້ຮີບຮ້ອນເດີນທາງຫລາຍກວ່າ 60 ກິໂລແມັດ ເພື່ອໄປຮັບເອົາສາມີທີ່ພັດພາກກັນໄປມາຢູ່ເຮືອນ. ນາງໄດ້ກ່າວວ່າ ຜົວຂອງຂ້ອຍຫາຍຕົວໄປເມື່ອລູກສາວຜູ້ທີສອງຂອງຂ້ອຍມີອາຍຸປະມານ 1 ປີ. "ຕອນນີ້ຂ້ອຍມີຄວາມສຸກຫຼາຍ."

ນັບແຕ່ມື້ທີ່ນາງໄດ້ເຫັນຄລິບເທິງ TikTok ແລະໄດ້ຕິດຕໍ່ຫາຜູ້ໂພດຄັ້ງແລກໃນວັນທີ 9 ພຶດສະພາຈົນເຖິງວັນທີ 11 ເດືອນພຶດສະພາ, ສຸດທ້າຍນາງກໍ່ໄດ້ຮັບສາມີຂອງນາງກັບມາໃນທີ່ສຸດ. ເຊິ່ງເລື່ອງລາວຂອງນາງທີ່ໄດ້ເວົ້າເຖິງໃນໂລກອອນ ຫຼາຍຄົນຊົມເຊີຍຜູ້ຄົນດັ້ງກ່າວບໍ່ຫຍໍ້ທໍ້ຫາໃນການຕາມຫາ ເຖິງແມ່ນວ່າລາວຫາຍສາບສູນມາໄດ້ 11 ປີແລ້ວ

0 Comments