ສະແກນເອກະສານຜ່ານມືຖືງ່າຍໆ ຈົບປັນຫາເຄື່ອງສະແກນແລະຄວາມຫຍຸ້ງຍາກໃນການແປງໄຟລ໌ດ້ວຍ 5 ແອັບນີ້

ສະແກນເອກະສານຜ່ານມືຖືງ່າຍໆ ຈົບປັນຫາເຄື່ອງສະແກນແລະຄວາມຫຍຸ້ງຍາກໃນການແປງໄຟລ໌ດ້ວຍ 5 ແອັບນີ້


ບອກຕໍ່ການສະແກນເອກະສານຜ່ານມືຖືງ່າຍໆ ບໍ່ຕ້ອງໄປເພິ່ງເຄື່ອງສະແກນ ຫາໄຟລ໌ໃນຄອມ ສາມາດແປງໄຟລ໌ເປັນ PDF ເພື່ອສົ່ງວຽກໃຫ້ລູກຄ້າ, ຄູ-ອາຈານ ຫລືໃຜກໍ່ຕາມ

ເພາະມັນສາມາດຈົບທຸກບັນຫາດ້ວຍ 5 ແອັບໆ ທີ່ລົງໄວ້ໃຫ້ໃນຮູບນີ້
1. ແອັບ Scanner ມີສະເພາະໃນ IOS
– ສະແກນເນີໂປຣຈະສະແກນເອກະສານຜ່ານມືຖືໄດ້ຢ່າງວ່ອງໄວ ແລະມີການປະມານຜົນພາບຂັ້ນສູງ
– ມີການຮອງຮັບ 21 ກວ່າພາສາ ເຊິ່ງໄດ້ແກ່ ອັງກິດ, ເຢຍລະມັນ, ອີຕາລີ, ຝຣັ່ງ, ສະເປນ, ປ໊ອກຕຸຍການ, ດັດຊ໌, ຕຸລາກີ, ໂປແລນ, ສະວີເດັນ, ນໍເວ, ຍີ່ປຸ່ນ, ຈີນ, ໄຕຫວັນ, ເຊັກ, ແດນມາກ, ເກຣັກ, ໂຄເອເຊຍ, ເອສໂຕເນຍ ແລະຍູເຄນ
– ສາມາດແຊຣ໌ພາບສະແກນໄດ້ພຽງແຕ່ກົດປຸ່ມ “ແຊຣ໌”
– ສາມາດອັບໂຫລດການສະແກນໄປຍັງພື້ນທີ່ເກັບຂໍ້ມູນອອນລາຍຕ່າງໆໄດ້
2. ແອັບ ClearScanner ມີໃນ IOS ແລະທັງຝັ່ງ Android

– ສາມາດກວດຫາຂອບຂອງເອກະສານ ແລະປັບສັດສ່ວນໃຫ້ອັດຕະໂນມັດ
– ສະແກນເອກະສານຜ່ານມືຖືດ້ວຍຄວາມລະອຽດສູງໄດ້
– ສາມາດແກ້ໄຂໄຟລ໌ພາບຫຼັງຈາກທີ່ເຮົາບັນທຶກໄປແລ້ວໄດ້
– ມີຕົວເລືອກສຳລັບການປັບແຕ່ງ ພາບຖ່າຍ ເອກະສານ ໄວທ໌ບອດ

3. ແອັບ Scanner for Me ມີໃນ IOS ແລະ Android

– ມີການຮອງຮັບໄດ້ຫຼາຍພາສາ ໄດ້ແກ່ ພາສາອັງກິດ ຈີນ ສະເປນ ຕຸລາກີ ລັດເຊຍ ຝັ່ງ ຍີ່ປຸ່ນ ດັດສ ສະວີເດນ ໂປແລນ ນໍເວ ວຽດນາມ ອີຕາລີ ແລະເຢຍລະມັນ
– ສາມາດສ້າງ ແລະບັນທຶກລາຍເຊັນໄດ້ຫຼາຍກວ່າໜຶ່ງລາຍເຊັນ
– ແກ້ໄຂມຸມມອງ ຂອບການສະແກນ ປ່ຽນທິດທາງ ໃຊ້ງານຟິວເຕີ ປັບຄວາມຄົມຊັດໄດ້
– ສາມາສະແກນຂໍ້ຄວາມຜ່ານມືຖືຈາກຄລິບບອດ ເອກະສານແບບມາກັບອີເມວ ແລະໜ້າເວັບຕ່າງໆ

4. ແອັບ iScanner ມີໃນ IOS ແລະ Android

– ສະແກນເອກະສານຜ່ານມືຖືດ້ວຍຄວາມລະອຽດ ແລະການແກ້ໄຂສີການລົບສຽງການປັບມຸມມອງອັດຕະໂນມັດ
– ບັນທຶກການສະແກນເອກະສານໃນໂທນສີ ຂາວ-ດຳ ຫລືສີເທົາໄດ້
– ການສະແກນເອກະສານຜ່ານມືຖືໄດ້ຫຼາຍໜ້າ ແລະສະແກນໜ້າເວັບໄດ້ຕາມຕ້ອງການ
– ມີຫຼາຍໂຫມດໃຫ້ເລືອກ

ແລະອັນທີ່ 5 ທີ່ມືຖື iPhone ເຮົາທຸກຄົນມີຢູ່ແລ້ວຄືແອັບ Note ທີ່ແສນຈະທຳມະດານັ້ນເອງ

– ວິທີງ່າຍໆເຂົ້າໄປທີ່ Note -> ກົດຮູບກ້ອງດ້ານລຸ່ມ -> ກົດ Scan Document -> ແລ້ວກົດຖ່າຍໄດ້ເລີຍ -> ຕົວກ້ອງຈະຄຣອບແຕ່ສ່ວນທີ່ເປັນເອກະສານໃຫ້ອັດຕະໂນມັດເລີຍ

0 Comments