
ນັກການເມືອງທ້ອງຖິ່ນຂອງອິນເດຍ ຄົນຂັບລົດຕຳປະຕູທາງເຂົ້າໂຮງໝໍ ຫລັງຂອງລາວຕິດເຊື້ອໂຄວິດ-19 ເສຍຊີວິດ ຍ້ອນພະນັກງານໂຮງໝໍເບີ່ງແຍງບໍ່ດີ
ໃນຕອນແລງຂອງວັນທີ 15 ພຶດສະພາຜ່ານມານີ້ ທີ່ໂຮງໝໍ Bytco Hospital, ເກີດເຫດ ມີຊາຍຊື່ ເຣເຈນດຣາ ທັດນີ ເຊິ່ງເປັນຜູ້ນຳທ້ອງຖິ່ນ ຂອງພັກການຕີຍະຊົນຕາ ຫລື BJP ເຊິ່ງເປັນພັກກຳອຳນາດຂອງອິນເດຍ, ກໍ່ເຫດດ້ວຍການຂັບລົດໃຫຍ່ຕຳກັບປະຕູແກ້ວທາງເຂົ້າ ແລະພະຍາຍາມໂຈມຕີພະນັກງານໃນໂຮງໝໍ
ການສືບສວນຢ່າງເປັນທາງການພົບວ່າ ພໍ່ຂອງທ້າວ Rajendra Tajni ໄດ້ເສຍຊີວິດເມື່ອບໍ່ດົນມານີ້ ຫຼັງຈາກໄດ້ຮັບການປິ່ນປົວຈາກການຕິດເຊື້ອ COVID-19 ໂດຍອ້າງວ່າໂຮງໝໍບໍ່ໄດ້ຮັບການເບິ່ງແຍງດູແລພໍ່ຂອງລາວໃຫ້ດີ
ໃນຂະນະທີ່ກໍ່ເຫດ ຣາເຈນດຣາ ທັດນີ ໄດ້ຮ້ອງຂຶ້ນວ່າຄົນເຈັບຄວນໄດ້ຮັບອົກຊີເຈນ ເຄື່ອງຊ່ວຍຫາຍໃຈ ແລະຕຽງນອນໂຮງໝໍ ແລະຄວນຢຸດການສັກຢາ ເຣມເດຊີເວຍ (Remdecivir) ຈາກຕະຫຼາດມືດໃຫ້ຄົນເຈັບ ແລະຍັງຂວາງດິນຈີ່ໃສ່ພະນັກງານຂອງໂຮງໝໍ ແລະຂົ່ມຂູ່ຍາດພີ່ນ້ອງຂອງຄົນເຈັບຄົນໜຶ່ງ ໂຊກດີທີ່ເຫດການດັ່ງກ່າວບໍ່ມີໃຜໄດ້ຮັບບາດເຈັບ
ຫລັງຈາກເກີດເຫດແລ້ວ ຣາເຈນດຣາ ທັດນີ ໄດ້ອອກໄປຈາກທີ່ເກີດເຫດ ແລະ ກຳລັງຢູ່ໃນການຫລົບໜີ ເຈົ້າໜ້າທີ່ຕຳຫຼວດບໍ່ຂໍເປີດເຜີຍລາຍລະອຽດອື່ນໆເພີ່ມເຕີມ ໂດຍກ່າວວ່າຍັງຢູ່ໃນຂັ້ນຕອນຂອງການສືບສວນ
0 Comments