
ເມື່ອຕ້ອງການແປງໄຟລ໌ PDF ເປັນໄຟລ໌ Word ສ່ວນຫຼາຍແລ້ວຄົນມັກຈະໃຊ້ວິທີແປງໄຟລ໌ດ້ວຍໂປຣແກຣມ ເຊັ່ນ: Adobe Acrobat Pro DC ຫລືໂປຣແກຣມແປງໄຟລ໌ອື່ນໆ ແຕ່ບັນຫາກໍ່ຄື ເມື່ອແປງໄຟລເປັນ Word ດ້ວຍໂປຣແກຣມຕ່າງໆນີ້ ມັກພົບປັບຫາແປງແລ້ວຕົວໜັງສືພ້ຽນໄປໝົດ ບໍ່ຮູ້ວ່າເປັນສະຫຼະ ອ່ານກໍ່ບໍ່ໄດ້ເລີຍ
ລອງໄປເບີ່ງຕົວຢ່າງການແປງໄຟລ໌ PDF ເປັນ Word ດ້ວຍໂປຣແກຣມ Adobe Acrobat Pro DC 2017 ເຊິ່ງເປັນໂປຣແກຣມຈັດການໄຟລ໌ PDF ທີ່ດີທີ່ສຸດໃນຕອນນີ້ ພາບດັ່ງລຸ່ມນີ້ຄືໄຟລ໌ PDF ຕົ້ນສະບັບ…

ແລ້ວລອງສັ່ງ Export ໄຟລ໌ PDF ອອກໄປເປັນໄຟລ໌ Word ດ້ວຍ Adobe Acrobat Pro DC ຕາມພາບຖັດໄປ

ພໍລອງເປີດໄຟລ໌ Word ຜົນທີ່ໄດ້ເມື່ອເປີດຂື້ນມາ ກໍ່ປະກົດວ່າຕົວໜັງສືພ້ຽນໄປໝົດ ດັ່ງພາບຕົວຢ່າງຕໍ່ໄປນີ້

ເອົາລ໋ະ ແທນທີ່ຈະໃຊ້ໂປຣແກຣມແປງໄຟລ໌ PDF ເປັນ Word ແບບທີ່ນິຍົມກັນເຮັດໃນຕອນນີ້ ເຮົາມາລອງວິທີງ່າຍກວ່າ ໄດ້ຜົນດີກວ່າ (ແຕ່ບໍ່ມີໃຜຮູ້) ກັນ ວິທີທີ່ວ່ານີ້ກໍ່ຄືເທັກນິກການ Copy & Paste ຫລືການກອັບປີແລ້ວວາງນັ້ນເອງ ຂັ້ນຕອນກໍ່ງ່າຍໆ ດັ່ງນີ້:
1. ຂັ້ນຕອນທຳອິດເລືອກຂໍ້ຄວາມທັງໝົດໃນໄຟລ໌ PDF ຈາກນັ້ນກົດເມົ້າຂວາ ເລືອກຄຳສັ່ງ Copy

2. ຈາກນັ້ນເປີດໂປຣແກຣມ Word ໃຫ້ສ້າງໜ້າເຈ້ຍວ່າງຂື້ນມາ ແລ້ວຄລິກຂວາແລະເລືອກຄຳສັ່ງ Paste ເພື່ອວາງຂໍ້ຄວາມທີ່ກອັບປີລົງໄປ (ຖ້າຕ້ອງການຮັກສາຮູບແບບຂອງຕົວໜັງສືໄວ້ນຳ ໃຫ້ກົດປຸ່ມ Paste ປຸ່ມທຳອິດ)

ຈະເຫັນໄດ້ວ່າຕົວໜັງສືຖືກກອັບປີມາວາງ ໂດຍບໍ່ພ້ຽນອິຫຍັງເລີຍເໝືອນການແປງ PDF ເປັນ Word ແບບທີ່ຄົນສ່ວນໃຫຍ່ມັກເຮັດ ແຕ່ວິທີການແປງນີ້ກໍ່ອາດເຮັດໃຫ້ການຕັ້ງຄ່າຮູບແບບຕ່າງ ຂອງຕົວອັກສອນເສຍໄປ ເຮົາກໍ່ຕ້ອງໄດ້ກຳນົດຮູບແບບການຕັ້ງຄ່າຕົວໜັງສືໃໝ່ໃນໂປຣແກຣມ Word ເອົາເອງ ແລະກໍລະນີທີ່ໄຟລ໌ PDF ມີພາບປະກອບຢູ່ນຳ ເຮົາກໍ່ຕ້ອງສັ່ງກອັບປີພາບດ້ວຍວິທີການດຽວກັນອີກເທື່ອໜຶ່ງ ເພາະເຮົາບໍ່ສາມາດເລືອກກັອບປີທັງຕົວໜັງ ແລະພາບພ້ອມກັນໄດ້ນັ້ນເອງ

ໝາຍເຫດ: ວິທີ Copy & Paste ນີ້ຈະໄດ້ຜົນດີຫາກໄຟລ໌ PDF ຕົ້ນສະບັບຄືໄຟລ໌ທີ່ຖືກແປງໄປຈາກໄຟລ໌ Word ກ່ອນໜ້ານັ້ນ
ຂໍ້ມູນຈາກ: intrend.pub
0 Comments