ສຸດເສົ້າ!! ຊາຍອາຍຸ 60 ຈົມນ້ຳເສຍຊີວິດ



ຕອນບ່າຍຂອງມື້ນີ້ (03/06/2021) ເວລາປະມານ 13:10 ນາທີໜ່ວຍກູ້ຊີບອົງການກາແດງໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ  ວ່າມີຄົນຈົມນ້ຳເສຍຊີວິດ


ສະຖານທີ່ແມ່ນ ບ້ານ ໂນນສະຫວັນ ເມືອງ ແຂວງໄຊຍະບູລີ ຈື່ງອອກກວດສອບເຫດ ພົບຄົນເສຍຊີວິດ 01 ຄົນເປັນເພດຊາຍອາຍຸປະມານ 60 ປີ 


ຈາກການສອບຖາມຈາກຄົນທີຮູ້ຈັກຜູ້ເສຍຊີວິດແມ່ນໄດ້ພົບເຫັນຜູ້ກ່ຽວລ່າສຸດຕັ້ງແຕ່ເວລາ 23:00 ຂອງວັນທີ່ 02 ມື້ຄືນນີ້ ສ່ວນສາເຫດນັ້ນຫນ້າຈະແມ່ນການຕົກຈາກລະບຽງເຮືອນພ້ອມທັງມີອາການມຶນເມົາຈື່ງບໍ່ສາມາດຊ່ວຍຕົວເອງໄດ້.




#ແອັດມິນ ຂໍສະແດງຄວາມເສຍໃຈກັບຄອບຄົວ ແລະຍາດພີ່ນ້ອງຂອງຜູ້ເສຍຊີວິດ 

ຂໍ້ມູນຂ່າວ: ໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີ

0 Comments