ແຈກ PLUG-IN ວັດຄ່າຄວາມດັງ LUFS ມາດຕະຖານທີ່ບໍ່ຄວນເບີ່ງຂ້າມ


 ມາດຕະຖານໃໝ່ EBU R 128-compliant loudness metering ການວັດຄ່າ LUFS ທີ່ຫຼາຍໆຄົນຕາມຫາ ທາງຄ່າຍ steinberg ແລະ MeldaProduction ກໍ່ເລີຍຈັດມາແຈກຟຣີໆໃຫ້ທຸກຄົນໄດ້ເອົາໄປໃຊ້ກັນເລີຍ

ຖ້າຖາມວ່າມັນເອົາໄວ້ເຮັດຫຍັງ ຈະຂໍອະທິບາຍຄ່າວໆກ່ອນ ເພາະເລື່ອງນີ້ມີລາຍລະອຽດຫຼາຍພໍສົມຄວນ

LUFS ເປັນມາດຕະຖານຄວາມດັງ ບໍລິສັດດ້ານສຽງຕ່າງໆນຳໃຊ້ຕ້ອງຫຼົດເລື່ອງຂອງ Loudness war(ສຽງດັງ) ໃນການມາສ໌ເຕີຣິງ ຫລືການມິກຊ໌

ຍົກຕົວຢ່າງ

Youtube ຮອງຮັບຄວາດັງທີ່ -13 LUFS ຖ້າເກີນຈະເກີດຫຍັງຂື້ນ ກໍ່ຈະຖືກແບນ normalize ຄາວນີ້ແຫລະເພງຂອງເຮົາກໍ່ຈະເສຍ Dynamic ແລະກາຍເປັນເພງທີ່ເບົາກວ່າເພງຂອງຄົນອື່ນແນ່ນອນ ເພາະຖ້າດັງເກີນ Youtube ຈະຫຼົດຄວາມດັງລົງໃຫ້ໄດ້ຕາມສະເກວທີ່ເຂົາຕ້ອງການ ແລ້ວຖ້າເພງຂອງເຮົາມັນດັງກໍ່ຈະຖືກຕັດຍອດສູງໆຍ່ານດັງໆອອກ ແຕ່ຖ້າເຮົາເຮັດພໍດີກໍ່ຈະບໍ່ເປັນຫຍັງ ແຕ່ຖ້າເບົາກວ່າກໍ່ຍິ່ງເປັນການດີ ເພາະເຂົາຈະຍົກເພງຂອງເຮົາໃຫ້ດັງຕາມທີ່ເຂົາກຳນົດ ສະນັ້ນເບົາໆໄວ້ກ່ອນດີທີ່ສຸດ

iTune ກໍ່ຮອງຮັບທີ່ -16 LUFS ໂດຍປະມານຈື່ບໍ່ໄດ້ ຖ້າດັງກວ່າຈະຖືກແບນແບບ Youtube ນັ້ນລະ

ຄ່າຍ steinberg ດາວໂຫລດ

steinberg SLM 128LUFS

ຄ່າຍ MeldaProduction ດາວໂຫລດ

MLoudnessAnalyzer

 

ສອງໂປຣແກຣມນີ້ເປັນ Freeware ບໍ່ມີລິຂະສິດ

0 Comments