ແຝດສອງພີ່ນ້ອງຂຶ້ນຄອງສະຖິຕິຜູ້ມີອາຍຸສູງທີ່ສຸດໃນໂລກ ດ້ວຍໄວ 107 ປີ

 

Guinness World Record

ສອງພີ່ນ້ອງຊາວຍີ່ປຸ່ນຂຶ້ນຄອງແຝດທີ່ມີອາຍຸສູງທີ່ໃນໂລກ ດ້ວຍໄວ 107 ປີ

ສຳນັກຂ່າວ ບີບີຊີ ລາຍງານວ່າ ເມື່ອວັນທີ່ 20 ກັນຍາ 2021 ຜ່ານມານີ້ ນາງ ອຸເມໂນະ ສຸມຶຍາມະ ແລະ ນາງ ໂຄອຸເມະ ໂຄຄາມະ ຄູ່ແຝດຍິງຊາວຍີ່ປຸ່ນໄດ້ຮັບການຢັ້ງຢືນຈາກ  ກຶນເນສເວີຣ໌ ເຣັກຄອດ (Guinness World Records) ວ່າເປັນຄູ່ແຝດທີ່ມີອາຍຸຍືນທີ່ສຸດໃນໂລກດ້ວຍອາຍຸ 107 ປີ 330 ວັນ

ທັງສອງສາມາດທຳລາຍສະຖິຕິເກົ່າ 107 ປີ, 175 ວັນ, ຂອງນາງ ຄິນ ນາຮິຕະ ແລະ ກິນ ຄານິເອະ ແຝດຍິງຊາວຍີ່ປຸ່ນເຊັ່ນກັນ, ນາງ ຄິນ ໄດ້ເສຍຊີວິດໃນເດືອນມັງກອນ ປີ 2000, ໃນຂະນະທີ່ທ່ານນາງ ກິນ ໄດ້ເສຍຊີວິດໃນປີຕໍ່ມາດ້ວຍອາຍຸ 108 ປີ


ນາງ ອຸເມໂນະ ສຸມຶຍາມະ ແລະ ນາງ ໂຄອຸເມະ ໂຄຄາມະ ເກີດເມື່ອວັນທີ 5 ພຶດສະພາ 1913 ທີ່ເກາະໂຊໂດຊິມະ ຕາມການເປີດເຜີຍວ່າທັງສອງແມ່ນເປັນຄົນເຂົ້າມັກເຂົ້າກັບສັງຄົມ



ການປະກາດຮັບຮອງໄດ້ຈັດຂຶ້ນໃນວັນທີ 20 ກັນຍາ ເພື່ອໃຫ້ກົງກັບວັນຜູ້ອາວຸໂສ. ເຊິ່ງເປັນວັນພັກທາງການຢູ່ໃນປະເທດຍີ່ປຸ່ນນຳອີກ ແຕ່ເນື່ອງຈາກການລະບາດຂອງພະຍາດ COVID-19 ໃນປັດຈຸບັນ ແລະຄູ່ແຝດນີ້ໄດ້ອາໄສຢູ່ຄົນລະບ່ອນກັນ, ສະນັ້ນຈຶ່ງໄດ້ສົ່ງໃບຢັ້ງຢືນທີ່ເປັນທາງການໄປແທນ ແລະ ສົ່ງມອບໂດຍພະນັກງານຂອງເຮືອນຄົນຊະລາຂອງທັງສອງ ແນວໃດກໍ່ຕາມ, ແຝດຄູ່ນີ້ຖືເປັນເຈົ້າຂອງສະຖິຕິໃໝ່ ຕັ້ງແຕ່ວັນທີ 1 ກັນຍາ ເປັນຕົ້ນມາ

ຍີ່ປຸ່ນເປັນປະເທດທີ່ມີປະຊາຊົນມີອາຍຸສູງຫຼາຍທີ່ສຸດໃນໂລກ ແລະຜູ້ທີ່ມີອາຍຸຫຼາຍທີ່ສຸດແມ່ນຍັງມີຊີວິດຢູ່

0 Comments