ປະທານາທິບໍດີ ໂຈ ໄບເດັນ ຮຽກຮ້ອງໃຫ້ພະນັກງານລັດ-ເອກະຊົນຕ້ອງສັກຢາວັກຊິນປ້ອງກັນໂຄວິດ -19

ປະທານາທິບໍດີ ໂຈ ໄບເດັນ ມີຄຳສັ່ງໃຫ້ພະນັກງານລັດ ແລະພະນັກງານໃນບໍລິສັດເອກະຊົນຂະໜາດໃຫຍ່ຫຼາຍກວ່າ 100 ຄົນຕ້ອງໄດ້ຮັບການສັກຢາຕ້ານໂຄວິດ-19.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດອະເມລິກາ ໃນວັນທີ 9 ກັນຍາ ຜ່ານມານີ້ວ່າປະທານາທິບໍດີ ໂຈ ໄບເດັນ(Joe Biden) ໄດ້ອອກຖະແຫຼງການສະບັບຫນຶ່ງ ກ່ຽວກັບສະຖານະການໂຄວິດ-19 ໃນສະຫະລັດ, ລວມທັງການສັກຢາປ້ອງກັນ ແລະມາດຕະການສ່ວນຕົວ. ເຊິ່ງເຂົາໄດ້ຕິດຕາມຄວາມຄືບໜ້າ ຂອງການສັກຢາກັນພະຍາດ ແລະມາດຕະການຄວບຄຸມທາງສັງຄົມໃນທຸກຂົງເຂດມາຕະຫຼອດ ແລະຕອນນີ້ເຂົາ "ໝົດຄວາມອົດທົນ" ກັບກະແສຕໍ່ຕ້ານຈາກຫຼາຍພາກສ່ວນທີ່ຍັງມີຢູ່



ດ້ວຍເຫດຜົນນີ້, ໂຈ ໄບເດັນຈຶ່ງໄດ້ລົງນາມໃນຄຳສັ່ງບໍລິຫານ ຕ້ອງການພະນັກງານໃນທຸກໜ່ວຍງານທີ່ຢູ່ພາຍໃຕ້ລັດຖະບານກາງ ສະຖານທີ່ປະກອບການເຊິ່ງມີພະນັກງານຕັ້ງແຕ່ 100 ຄົນ ແມ່ນແຕ່ເປັນຂອງເອກະຊົນ ແລະບຸກຄະລາກອນແພດ ຕະຫຼອດຮອດເຈົ້າໜ້າທີ່ດ່ານໜ້າທຸກຄົນ ເຊິ່ງໄດ້ຮັບສິດທິຜົນປະໂຫຍດຈາກການປະກັນສຸຂະພາບ ເມດິແຄຣ໌ ແລະ ເມດິເຄດ ຕ້ອງໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ -19. ໂດຍພະນັກງານເອກະຊົນ ແລະພະນັກງານສາທາລະນະສຸກທີ່ບໍ່ສັກຢາວັກຊີນ ຕ້ອງເຂົ້າຮັບການກວດຄັດກອງປະຈໍາອາທິດ




ທັງນີ້ ພະນັກງານລັດທຸກລະດັບທີ່ຍັງບໍ່ໄດ້ສັກຢາວັກຊິນ ຈະຕ້ອງໃຫ້ສໍາເລັດພາຍໃນ 75 ວັນ. ຫາກບໍ່ປະຕິບັດ ບຸກຄົນດັ່ງກ່າວອາດຈະຖືກສືບສວນທາງວິໄນ ແລະອາດຈະປະເຊີນກັບການຖືກໄລ່ອອກຈາກວຽກ ໃນກໍລະນີທີ່ບຸກຄົນດັ່ງກ່າວບໍ່ສາມາດປະຕິບັດໄດ້ຕາມມາດຖານສາທາລະນະສຸກ ວ່າເຂົາເຈົ້າບໍ່ສາມາດສັກຢາປ້ອງກັນໄດ້ ມີບັນຫາກ່ຽວຂ້ອງກັບສຸຂະພາບ ເຊັ່ນ: ມີອາການແພ້ ຫຼື ມີໂລກປະຈຳຕົວທີ່ຮ້າຍແຮງ ໃນກໍລະນີນີ້, ຈະຕ້ອງໄດ້ເຂົ້າຮັບການກວດຄັດກອງທຸກອາທິດແທນ 


ຂໍ້ມູນຈາກ: dailynews.co.th


0 Comments