ວັນທີ 27 ກັນຍາ 2021 ທີ່ຜ່ານມາ ໜ່ວຍງານບູຮານຄະດີທ້ອງຖິ່ນມົນທົນເຫີໝານພາກກາງຂອງຈີນ ໄດ້ເປີດເຜີຍກ່ຽວກັບການຄົ້ນພົບຊາກຟອດຊິວ ກະໂຫຼກຫົວມະນຸດ ເຊິ່ງມີຄວາມເກົ່າແກ່ 32,000 ປີ ໃນຖໍ້າແຫ່ງໜຶ່ງທີ່ບ້ານອິນຊື່ ເມືອງຫລູ່ຊານ ໂດຍການວິໄຈຍຸກຫີນເກົ່າໄດ້ພົບເຫັນຟອດຊິວມະນຸດ, ຟອດຊິວສັດ ແລະ ເຄື່ອງມືທີ່ເຮັດດ້ວຍຫີນຕ່າງໆໃນບໍລິເວນນັ້ນ

ຈ້າວຊິງໂພ ໜຶ່ງໃນຄະນະນັກຂຸດຄົ້ນ ລະບຸວ່າຖໍ້າດັ່ງກ່າວປະກອບມີ 2 ຖໍ້າຍ່ອຍ ໂດຍຖໍ້າບ່ອນໜຶ່ງກວ້າງ 3 ແມັດ ຍາວ 9 ແມັດ ແລະ 3,9 ແມັດ ເຊິ່ງກວມເອົາເນື້ອທີ່ 30 ຕາແມັດ ເຊິ່ງມີຄວາມກວ້າງ ແລະໃຫຍ່ກວ່າຖໍ້າທີ່ໆເຄີຍຄົ້ນພົບໃນເຫີໝານກ່ອນໜ້ານີ້ຫຼາຍເທົ່າ

ນອກຈາກຟອດຊິນແຂ້ວ ແລະ ກະລົກຫົວມະນຸດແລ້ວ, ທິມງານຍັງຄົ້ນພົບຊິ້ນສ່ວນກະດູກມ້າ, ແບ້, ຫມີ, ກວາງ, ໝູປ່າ ແລະ ຫມາປ່າ ອີກກວ່າ 10,000 ຊິ້ນ ເຊິ່ງມີອາຍຸແຕ່ 30,000 ຫາ 40,000 ປີ ລວມທັງເຄື່ອງມືຫີນເຊັ່ນ: ເສດດິນຈີ່ ແລະ ອຸປະກອນການຂຸດເຈາະ

ຄະນະມະນຸດວິທະຍາກ່າວວ່າ ຟອດຊິນກະໂຫຼກຫົວຂອງມະນຸດສອງຊະນິດທີ່ພົບເຫັນມີອາຍຸ 32,000 ປີ ແລະ 12,000 ປີ ຕາມລໍາດັບ. ຖ້າອ້າງເຖິງວິທີການຫາອາຍຸດ້ວຍຢູເຣນຽມ ສ່ວນເຄື່ອງມືເຄື່ອງໄມ້ຕ່າງໆທີ່ຖືກປະດິດຂຶ້ນມາຖືກຈັດວ່າເປັນຟອດຊິວສີມືຂອງມະນຸດສະໄຫມໃຫມ່ທີ່ເກົ່າແກ່ທີ່ສຸດທີ່ມີການຄົ້ນພົບໃນເຫີໝານ

ຫລິວໄຫ່ວັ່ງ ປະທານສະຖາບັນມໍລະດົກວັດທະນະທໍາ ແລະບູຮານຄະດີເຫີໝານ ໄດ້ເປີດເຜີຍວ່າ ການຄົ້ນພົບຄັ້ງນີ້ມີຄວາມຫມາຍສໍາຄັນຕໍ່ການສຶກສາກ່ຽວກັບຕົ້ນກໍາເນີດ ແລະ ການພັດທະນາຂອງມະນຸດສະໄຫມໃຫມ່ໃນປະເທດຈີນ


0 Comments