
ອິນສະຕ້າແກຣມ ແລະເຟຊບຸກ ຖືເປັນໂຊຊຽວມີເດຍສຸດຮິດທີ່ເປັນຊ່ອງທາງຕິດຕໍ່ສື່ສານທີ່ນິຍົມຂອງຄົນທົ່ວໂລກ ແລະໜຶ່ງໃນສິ່ງທີ່ຜຸ້ຍິງຫຼາຍຄົນນິຍົມກັນນັ້ນກໍ່ຄືການຖ່າຍຮູບ ເພື່ອອັບໂຫລດລົງໂຊຊຽວ ປ່ຽນໂປຣໄຟລ໌ ແລະ ໜ້າປົກ ໃຫ້ສວຍງາມໜ້າຕິດຕາມ ຊຶ່ງມື້ນີ້ແອັດມິນມີເທັກນິກການຖ່າຍຮູບໂປຣໄຟລ໌ໃຫ້ໜ້າສົນໃນມາຝາກທຸກຄົນ ເຮົາໄປເບີ່ງນຳກັນເລິຍ...


1. ໂພສທ່າແບບພາສາກາຍ
ໜຶ່ງໄອເດຍທີ່ສຸດເກ໋ໃນການຖ່າຍຮູບໃຫ້ເບິ່ງວິເສດ ຄືການຖ່າຍພາບໂພສທ່າພາສາກາຍສື່ອາລົມໜ້າຮັກໆ ເຊັ່ນ: ທຳທ່າມິນີຮາດສື່ພາສາພາຍພ້ອມກັບຍິ້ມຫວານ ໂຊຫຸ່ນບາງໆ ເຜີຍອາລົມສົດໄສອ່ອນຫວານ ທ່າໂພສນີ້ເຮັດເມື່ອໃດກໍ່ເບິ່ງແບ໋ວ ອອກແນວເກົາຫລີຫນ່ອຍໜຶ່ງ




2. ຫັນຫຼັງສູ້ເລນສ໌ໂຊວິວທິວທັດ
ຫາກໃຜໄດ້ໄປສະຖານທີ່ໆມີວິວສວຍໆງາມໆ ລອງຖ່າຍຮູບກັບວິວທິວທັດ ເນັ້ນວິວບໍ່ເນັ້ນຄົນ ໂດຍຫັນຫຼັງໃສ່ກ້ອງເລນໂຟກັດໄປທີ່ຄວາມງາມຂອງວິວ ອາດຈະເປັນການຢືນເບິ່ງວິວທຳມະຊາດ ວິວພູຜາຕອນຕາເວັນຕົກດິນ ຫລືວິວທ່າມກາງສວນດອກໄມ້ ພຽງເທົ່ານີ້ກໍ່ໄດ້ຮູບໂປຣໄຟລ໌ໂຊໄລ້ສະໄຕລສະບາຍໆແລ້ວ



3. ຫຼັບຕາສູ້ກ້ອງ
ການຖ່າຍຮູບແບບຫລັບຕາ ໂຊຮອຍຍິ້ມຫວານສື່ອາລົມສົດໄສຜ່ອນຄາຍ ໃຜໄດ້ເຫັນຕ່າງເພີດເພີນ ການຖ່າຍພາບແບບນີ້ຈະເຮັດໃຫ້ເບີ່ງໜ້າຮັກອ່ອນໂຍນ ເປັນທຳມະຊາດແບບບໍ່ຕ້ອງພະຍາຍາມເລີຍ



4. ທ່າຫັນໜ້າເຂົ້າຫາກ້ອງ
ທ່າໂພສແບບປິ່ນຂ້າງເບິ່ງກ້ອງ ຄືກຳລັງຢ່າງຢູ່ແລ້ວຄົນເອີ້ນ ຫຼຽວກັບມາພ້ອມຮອຍຍິ້ມອັນແສນຫວານ ທ່າໂພສເບຊິກທີ່ເບິ່ງເປັນທຳມະຊາດແບບບໍ່ໄດ້ຕັ້ງໃຈ ບວກຍີ້ມໜ່ອຍໜຶ່ງ


5. ເຜີຍຄວາມງາມມຸມຫັນຂ້າງ
ຜູ້ຍີງທີ່ມັກຖ່າຍຮູບທຸກຄົນຄົງຈະຮູ້ຈັກມູມງາມໆຂອງຕົວເອງເປັນຢ່າງດິແມ່ນບໍ...? ລອງຖ່າຍຮູບຫັນມູມຂ້າງ ເບື້ອງທີ່ຕົນເອງມັ້ນໃຈ ອາດເປັນດ້ານຊ້າຍ ຫລືຂວາ ແບບເບີຣໆ ເພື່ອໂຄງໜ້າ ແລະສັນຮູດັງ ຮີມສິປາກທີ່ສວຍງາມ ເຜີຍຄວາມເປັນທຳມະຊາດ ພາບແບບນີ້ຈະເຮັດຮູບໂປລໄຟລ໌ນ່າສົນໃຈ ແລະຕິດຕາມ



0 Comments