6ປີ ຂອງການຄົ້ນພົບນອກວົງໂຄຈອນຂອງດາວເນບຈູນ

ການຄົ້ນຫາອາວະກາດຢູ່ນອກວົງໂຄຈອນຂອງດາວ ເນບຈູນ ເປັນເວລາ 6 ປີໄດ້ພົບວັດຖຸຸໃໝ່ 461 ທີ່ຄົ້ນພົບ

ວັດຖຸເຫຼົ່ານີ້ ຢູ່ຫ່າງຈາກດວງຕາເວັນຫຼາຍກວ່າ 230 ໜ່ວຍດາລາສາດ (AU) (ໜ່ວຍດາລາສາດແມ່ນໄລຍະຫ່າງຈາກໜ່ວຍໂລກໄປຫາດວງຕາເວັນ, ປະມານ 93 ລ້ານໄມລ ຫຼື 149.6 ລ້ານກິໂລແມັດ)

ວັດຖຸທີ່ຢູ່ຫ່າງໄກເປັນພິເສດເຫຼົ່ານີ້ອາດຈະເຮັດໃຫ້ມີແສງສະຫວ່າງຢູ່ໃນດາວເຄາະເກົ້າ (Planet Nine) ເຊິ່ງເປັນວັດຖຸທາງທິດສະດີ, ທີ່ບໍ່ເຄີຍສັງເກດເຫັນໄດ້ເຊິ່ງອາດຈະລີ້ຊ່ອນຢູ່ໃນຫ້ວງອາວະກາດ ແຮງໂນ້ມຖ່ວງຂອງມັນສົ່ງຜົນກະທົບຕໍ່ວົງໂຄຈອນຂອງວັດຖຸທີ່ເປັນຫີນບາງສ່ວນ ທີ່ຂອບຂອງລະບົບສຸລິຍະ

ການສັງເກດການຄັ້ງໃໝ່ນີ້ແມ່ນໄດ້ມາຈາກການສຳຫຼວດພະລັງງານມືດ, ເຊິ່ງເປັນຄວາມພະຍາຍາມໃນການສ້າງແຜນທີ່ໂຄງສ້າງກາລັກຊີຂອງຈັກກະວານ ທີ່ໄດ້ເລີ່ມຂຶ້ນໃນປີ 2013. ການສັງເກດຈາກກ້ອງສ່ອງທາງໄກຂອງ Blanco ໃນ Cerro Tololo ໃນປະເທດຊີລີເປັນເວລາ 6 ປີ ໄດ້ໃຫ້ພົບວັດຖຸໃຫມ່ທີ່ຜ່ານການຍືນຍັນແລ້ວທັງໝົດ 817 ອັນ ມີ 461 ອັນ ເຊິ່ງປະຈຸບັນແມ່ນຍັງຢູ່ໃນຂັ້ນຕອນຂອງການກວດສອບ

ການຄົ້ນພົບນີ້ເປັນທີ່ໜ້າຕື່ນເຕັ້ນ ນັກວິໄຈຂຽນໄວ້ໃນບົດຄວາມຂອງເຂົາ ເນື່ອງຈາກການສຳຫຼວດພະລັງງານມືດ ບໍ່ໄດ້ມີໄວ້ສຳລັບການຄົ້ນຫາວັດຖຸທຣານເນບຈູນ

ເປົ້າໝາຍຂອງມັນຄືການກຳນົດລັກສະນະຂອງພະລັງງານມືດຕາມທິດສະດີທີ່ສົ່ງຜົນຕໍ່ການຂະຫຍາຍການເລັ່ງຂອງຈັກກະວານ. ເຖິງຢ່າງໃດກໍ່ຕາມ, ຂໍ້ມູນທັງໝົດຈາກການສໍາຫຼວດມີ 20% ຂອງ TNOs ທີ່ຮູ້ຈັກກັນໃນປະຈຸບັນ ນັກຄົ້ນຄວ້າໄດ້ຂຽນໄວ້ ເຊິ່ງກວມໃນແປດທ້ອງຟ້າ.

0 Comments