ປະຫຼາດ!! ໝາກເລັ່ນເຊີຣີ່ 839 ໜ່ວຍ ອອກຢູ່ງ່າດຽວ

Cr: Photo by matthiasboeckel/Pixabay.com

 ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ

ແລະນີ້ກໍ່ເປັນອີກໜຶ່ງຄວາມພະຍາຍາມຂອງມະນຸດເຮົາ ທີ່ເຫັນຄວາມສຳເລັດ ເປັນໜ່ວຍໆໆໆ 

ຈາກຂ່າວໄດ້ລາຍງານວ່າ ສະຖິຕິໂລກຂອງກິນເນດສ໌ ບຸກ ມີໂອກາດຕ້ອນຮັບ ສະຖິຕິໂລກໃໝ່ ເປັນໝາກເລັ່ນເຊີຣີ 839 ໜ່ວຍ ອອກຢູ່ງ່າດຽວກັນ


ພາບປະກອບ

ເຊິ່ງເປັນຜົນງານຂອງ ດັກລາສ ສະມິດ ຍຶດອາຊີບຊາວສວນ ອາຍຸ 43 ປີ ອາໄສຢູ່ໃນໝູ່ບ້່ານ ສະແຕນສະເຕດ ແອບບອສ ປະເທດອັງກິດ ທີ່ບໍ່ໄດ້ຕັ້ງໃຈຈະປູກເພື່ອຂາຍ ແຕ່ຕັ້ງໃຈປູກເພື່ອທຳລາຍສະຖິຕິໂລກ ໃນກິນເນສ ບຸກ ໂດຍສະເພາະ


ໝາກເລັ່ນເຊີຣີ

ລາວໄດ້ເລົ່າວ່າ ນັບແຕ່ໄດ້ລົງແນວປູກ ເຂົາກໍ່ໄດ້ແຕ່ເຝົ້າຕິດຕາມສະຖິຕິໂລກໃນກິນເນສ ຢ່າງໃກ້ຊິດ ຈົນກະທັ່ງໝາກເລັ່ນຂອງລາວທີ່ປູກໄວ້ເຕີບໃຫຍ່ ງອກງາມອອກໝາກຫຼາຍກວ່າ ເກຣແຮມ ແທຣນເຕີ ເຈົ້າຂອງສະຖິຕິເດີມທີ່ເຄີຍເຮັດໄວ້ 448 ໜ່ວຍ ເມື່ອ 10 ປີກ່ອນ

0 Comments