
ປະໂຫຍດຂອງນໍ້າຕາ
1. ຊ່ວຍໃຫ້ເບີ່ງເຫັນໄດ້ດີຂື້ນ: ນໍ້າຕາທີ່ໄຫລອອກມາທຸກຄັ້ງທີ່ກະພິບຕາ ເປັນນໍ້າທີ່ຊ່ວຍໃຫ້ດວງຕາຊຸ່ມຊື່ນ ເຮັດໜ້າທີ່ປ້ອງກັນບໍ່ໃຫ້ເຍື່ອເມືອກແຫ້ງ ຜົນຈາກການຫຼໍ່ລື່ນຊ່ວຍໃຫ້ເຮົາເບີ່ງເຫັນໄດ້ຊັດເຈນຍິ່ງຂຶ້ນ ເມື່ອເຍື່ອເມືອກແຫ້ງອາດເຮັດໃຫ້ເຮົາເບີ່ງເຫັນໄດ້ບໍ່ຊັດເຈນ
2. ບັນເທົາອາການເຈັບປວດ ການວິໄຈພົບວ່ານອກເໜືອຈາກການຜ່ອນຄາຍຕົວເອງຫລັ່ງນໍ້າຕາ ຈະປ່ອຍອອກຊິໂຕຊິນກັບເອນໂດຟິນ ສານເຄມີເຫລົ່ານີ້ເຮັດໃຫ້ຄົນຮູ້ສຶກດີ ບັນເທົາຄວາມເຈັບປວດທົ່ວຮ່າງກາຍ ແລະອາລົມ
3. ຊ່ວຍຄວບຄຸມອາລົມ: ການຮ້ອງໄຫ້ອາດຊ່ວຍຍົກລະດັບຈິດວິທະຍາຂອງຜູ້ຄົນ ແລະເຮັດໃຫ້ພວກເຂົາຮູ້ສຶກດີຂື້ນ ເຊັ່ນດຽວກັບການບັນເທົາອາການເຈັບປວດ ໂດຍອອກຊີໂຕຊິນກັບເອັນໂດຣຟິນທີ່ຢູ່ໃນນໍ້າຕາສາມາດຊ່ວຍດັດປັບອາລົມຂອງເຮົາໄດ້ ນີ້ຄືເຫດຜົນທີ່ພວກມັນຮູ້ຈັກກັນໃນຊື່ສານເຄມີທີ່ເຮັດໃຫ້ຮູ້ສຶກດີ
4. ປ່ອຍສານລົດຄວາມຄຽດ: ເມື່ອຮ້ອງໄຫ້ເພື່ອຕອບສະໜອງຕໍ່ຄວາມຄຽດ ນໍ້າຕາຂອງເຮົາຈະຊ່ວຍລົດຄວາມຄຽດລົງໄດ້ ເພາະນໍ້າຕາປະກອບດ້ວຍຮໍໂມນທີ່ມີປະໂຫຍດຫຼາຍຢ່າງ ຢ່າງໃດກໍ່ຕາມຈຳເປັນຕ້ອງມີການວິໄຈເພີ່ມເຕີມໃນດ້ານນີ້ເພື່ອຢືນຍັນກ່ຽວກັບເລື່ອງນີ້
5. ຊ່ວຍໃຫ້ນອນຫຼັບໄດ້ດີ: ການສຶກສາວິໄຈໃນປີ 2015 ພົບວ່າການຮ້ອງໄຫ້ສາມາດຊ່ວຍໃຫ້ເດັກນ້ອຍນອນຫຼັບໄດ້ດີຂື້ນ ແນວໃດກໍ່ຕາມການສະຫງົບອາລົມໄດ້ຈະຊ່ວຍການບັນເທົ່າຄວາມເຈັບປວດ ອາດຊ່ວຍໃຫ້ຄົນຫຼັບງ່າຍຂື້ນ
0 Comments