ຂ່າວດີ!! ສຳລັບຜູ້ທີ່ວ່າງງານ ຝຶກອົບຮົມໄລຍະສັ້ນຊ່າງຕັດຫຍິບເສື້ອຜ້າ ຮຽນກໍ່ຟຣີ ແຖມຍັງມີຫໍພັກໃຫ້ຢູ່ຟຣີໆອີກ


 

ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ປະກາດຮັບສະຫມັກ, ແຮງງານລາວທີ່ຖືກກະທົບຈາກພະຍາດໂຄວິດ-19 ແລະ ຜູ້ວ່າງງານ

ໃຜສົນ ໃຈຢາກຝຶກສີມືໄລຍະສັ້ນ (10 ວັນ ຟີຣ) ສາຂາຊ່າງ ຕັດຫຍິບເສື້ອຜ້າ ຈໍານວນ 43 ຄົນ ເພື່ອບັນຈຸເຂົ້າເຮັດວຽກທີ່ ບໍລິສັດ ຕັດຫຍິບ ອາເດັນ ໂຄດທິງ ຕັ້ງຢູ່ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ(ມີຫໍພັກໃຫ້ຢູ່ຟຣີ).


ເງິນເດືອນເລີ່ມຕົ້ນ1,400,000-2,500,00/ເດືອນ ສົນໃຈໂທຣ: 030 9210 090, 020 5975 2666 (ລາຍລະອຽດຜູ້ທີ່ຈະຝຶກແລະເຮັດວຽກຕົວຈິງຕ້ອງໄດ້ເຂົ້າມາປະກອບໃບສະຫມັກດ້ວຍຕົວເອງ)


ເງື່ອນໄຂຜູ້ສະໝັກມີດັ່ງນີ້: 

1. ຕ້ອງມີອາຍຸ 18-35 ປີ(ເພດຍິງ) ເປັນຜູ້ທີ່ໄດ້ຮັບການສັກຢາວັກຊີນຄົບ ຕ້ອງແມ່ນແຮງງານລາວ ຫລື ຜູ້ວ່າງງານ(ທີ່ຖືກຜົນກະທົບຈາກພະຍາດໂຄວິດ-19)

2. ສະຫວັດດີການ: ຕະຫຼອດໄລຍະການຝຶກ 10 ວັນ, ແຕ່ວັນທີ20-29/9/202 ການກິນ,ການພັກເຊົາແມ່ນທາງສູນຮັບຜິດຊອບ ພາຍຫຼັງສໍາເລັດການຝຶກ 10 ວັນ ຈະໄດ້ເດີນທາງຂຶ້ນໄປນະຄອນຫລວງວຽງຈັນເພື່ອປະກອບເຂົ້າເຮັດວຽກ.

ສະຖານທີ່ຕັ້ງຂອງສູນແມ່ນຕັ້ງຢູ່ ບ້ານ ຈັດສັນ(ຫລັກ7), ນະຄອນປາກເຊ, ແຂວງ ຈຳປາສັກ(ຝຶກ 10 ວັນ ຢູ່ແຂວງ ຈຳປາສັກແລ້ວຂຶ້ນໄປເຮັດວຽກຢູ່ນະຄອນຫລວງວຽງຈັນ) ກະນລຸນາຊ່ວຍກົດໄລກົດແຊຣເພື່ອເປີດໂອກາດໃຫ້ຜູ້ອື່ນໆໄດ້ເຂົ້າເຖິງ



ແຫລ່ງທີ່ມາ: ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ຈຳປາສັກ

0 Comments