ຄວາມເຊື່ອແປກໆ ທີ່ສາວໆຕ້ອງຍິນຍອມເຮັດພິທີກຳ


ເລື່ອງຄວາມເຊື່ອໃນສິ່ງເໜືອທຳມະຊາດ ລ້ວນເປັນຄວາມເຊື່ອສ່ວນບຸກຄົນຢູ່ແລ້ວ ຊຶ່ງປົກກະຕິແລ້ວການບູຊາອົງເທບຕ່າງໆ ກໍ່ຈະມີພິທີກຳແຕກຕ່າງກັນໄປ ຕາມແຕ່ລະທ້ອງຖິ່ນຊຶ່ງຄວາມເຊື່ອກໍ່ມີຕ່າງໆນາໆກັນໄປ ແຕ່ໃນໂລກໂຊຊຽວໄດ້ມີການໂພສ໌ພາບກຸ່ມຍິງສາວກຸ່ມໜຶ່ງ ກໍາລັງເຮັດພິທີກຳໃດໜຶ່ງ ແຕ່ພິທີກຳໃນພາບນັ້ນບໍ່ມີພະພຸດທະຮູບຫຍັງເລີຍ ຊຶ່ງໃນພາບມີຍິງສາວຈຳນວນ 6 ຄົນນັ່ງອ້າຂາ ຫັນໄປທາງຮູບປັ້ນ ແລະມີຜູ້ຊາຍ 1 ຄົນ ຄາດວ່າຈະເປັນໜໍມົນກຳລັງສວດຄາຖາ



ຍັງມີພາບພິທີກຳແປກໆ ໃຫ້ຜູ້ຍິງນອນຫງາຍ ແລະມີແຜ່ນທອງປິດທົ່ວຮ່າງກາຍ ອ້ອມຮອບຕົວມີທະນາບັດວາງລຽງລາຍເປັນແຖວຍາວ ຫຼັງຈາກທີ່ມີຮູບພາບໄດ້ຖືກໂພສອອກມາ ແລະໄດ້ມີພາບການສົນທະນາຄ້າຍເປັນລູກສິດກັບອາຈານ ໄດ້ເວົ້າສົນທະນາຫຼັງຈາກເຮັດພິທີກຳໄປແລ້ວ ຈາກທີ່ໄດ້ເຂົ້າໄປສ່ອງຄອມເມັ້ນຂອງຄົນໃນໂຊຊຽວແລ້ວພິທີກຳນີ້ເປັນພິທີກຳທີ່ເອີ້ນວ່າ ການສະເດາະເຄາະ

0 Comments