ຂ່າວດີສຳລັບຄົນລາວ ຈີນຈະຊ່ວຍວັກຊິນໃຫ້ລາວ

 


ໃນຕອນບ່າຍຂອງວັນ​ທີ 09 ກັນຍາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ໄດ້ພົບປະສອງຝ່າຍໃນຮູບແບບທາງໄກກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ-ຈີນ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ.


ໃນການພົບປະດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ນະຄອນຊົງຊິ້ງ ໃນຕົ້ນເດືອນມິຖຸນາ ທີ່ຜ່ານມາ, ຊຶ່ງການພົບປະຄັ້ງນີ້ ຖືເປັນໂອກາດທີ່ສໍາຄັນເປັນຢ່າງຍິ່ງ ໃນການແລກປ່ຽນຄຳຄິດຄໍາເຫັນຮ່ວມກັນ ແລະ ເປັນເອກະພາບກັນ ຕໍ່ການຮ່ວມມືສອງຝ່າຍ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະທີ່ຜ່ານມາ ພາຍໃຕ້ສະພາບການລະບາດຂອງພະຍາດໂຄວິດ ແລະ ສະພາບການຂອງສາກົນໃນປັດຈຸບັນ.

ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນຕົວຈິງຢ່າງຕໍ່ເນື່ອງ ແລະ ເປັນຍຸດທະສາດທີ່ບໍ່ສາມາດທັບມ້າງໄດ້, ເຖິງແມ່ນວ່າສະພາບເງື່ອນໄຂໃນການພົບປະ ຈະບໍ່ເອື້ອອໍານວຍຄືໃນເມື່ອກ່ອນ


ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ການນໍາຂັ້ນສູງຂອງສອງປະເທດ ຍັງຮັກສາການແລກປ່ຽນພົວພັນນຳກັນ ດ້ວຍການພົບປະຜ່ານລະບົບທາງໄກ ຢ່າງເປັນປົກກະຕິ. ສອງຝ່າຍ ຍັງສະແດງຄວາມຍິນດີ ທີ່ເຫັນວ່າ ເເຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນຮູບປະທໍາຫຼາຍດ້ານ, ຍ້ອນການນໍາຂອງສອງພັກ-ສອງລັດ ໄດ້ເອົາໃຈໃສ່ຕິດຕາມຊີ້ນໍາຢ່າງໃກ້ຊິດ ແລະ ໄດ້ຖືເອົາແຜນແມ່ບົດດັ່ງກ່າວ ເປັນເອກະສານສໍາຄັນພື້ນຖານຂອງການຮ່ວມມືສອງຝ່າຍໃນໄລຍະໃໝ່.

ສຳລັບປີ 2021 ນີ້, ເປັນປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງການພົວພັນຂອງສອງປະເທດ, ເພາະເປັນປີຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດລະຫວ່າງສອງປະເທດ ໃນເດືອນເມສາທີ່ຜ່ານມາ ແລະ ກໍເປັນປີມິດຕະພາບ ລາວ-ຈີນ ແລະ ໃນວັນທີ 01 ກໍລະກົດ 2021 ຍັງເປັນປີ ຄົບຮອບ 100 ປີ ການສ້າງຕັ້ງພັກກອມມູນິດຈີນ ເປັນປີທີ່ີມີຄວາມໝາຍພິເສດຕໍ່ ສປ ຈີນ ໃນການບັນລຸຍຸດທະສາດການລົບລ້າງຄວາມທຸກຍາກ


ໃນຂອບເຂດທົ່ວປະເທດ ແລະ ການບັນລຸເປົ້າ ໝາຍໃນການສ້າງສັງຄົມອີ່ມໜຳສຳລານຂອງພັກກອມມູນິດຈີນ. ພ້ອມກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືສອງຝ່າຍ ໃນດ້ານຕ່າງໆໂດຍສະເພາະ ພາຍໃຕ້ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນໄລຍະຜ່ານມາ ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນຮູບປະທໍາຢ່າງໜ້າເພິ່ງພໍໃຈ, ຊຶ່ງໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ,

ເວົ້າສະເພາະ ກໍ່ແມ່ນໂຄງການຮ່ວມມືສ້າງເສັ້ນທາງລົດໄຟ ລາວ-ຈີນ (ນະຄອນຫຼວງວຽງຈັນ-ນະຄອນຄຸນມິງ) ແລະ ທາງດ່ວນ (ວຽງຈັນ-ບໍ່ຫານ), ຊຶ່ງສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດກັບອະນຸພາກພື້ນ. ນອກນັ້ນ,ບັນດາຂະແໜງການກ່ຽວຂ້ອງຕ່າງໆຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມໃນບັນດາກົນໄກການຮ່ວມມືຕ່າງໆຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”.

0 Comments