ຕາມການລາຍງານຂອງເວັບໄຊ laodong.vn ມີນັກສຶກສາຊາຍຄົນໜຶ່ງ ທີ່ຕ້ອງຮຽນອອນລາຍຢູ່ບ້ານເນື່ອງຈາກມາດຕະການໂຄວິດ-19 ແຕ່ໃນຄະນະທີ່ຮຽນນັ້ນ ລາວກັບລືມໂຕໄປ ຈຸຈີ້ກັບແຟນສາວຕອນກຳລັງຮຽນຢູ່ ແລະທີ່ສຳຄັນ ລາວບໍ່ໄດ້ປິດກ້ອງ!

ນັກສຶກສາຊາຍຄົນນີ້ເຊິ່ງຮຽນຢູ່ທີ່ມະຫາວິທະຍາໄລແຫ່ງໜຶ່ງໃນນະຄອນໂຮ່ຈີມິນ ແລະໃນລະຫວ່າງຮຽນນັ້ນ ລາວເອງກຳລັງມີເພດສຳພັນກັບແຟນຂອງຕົນເອງ ໂດຍລືມປິດກ້ອງເອົາໄວ້ ຈົນເຮັດໃຫ້ເພື່ອນຮ່ວມຊັ້ນຮຽນ ແລະອາຈານທີ່ສອນຕ່າງຕົກຕະລຶງ ແລະເຮັດໃຫ້ອາຈານທີ່ສອນເຖິງກັບບອກວ່າ “ ຕອນຢູ່ໃນຫ້ອງຮຽນຕົວຈິງ ເຈົ້າກໍ່ໄດ້ຈີບແຟນຂອງເຈົ້າ ແຕ່ພໍມາຮຽນອອນໄລນ ເຈົ້າກໍ່ມີເພດສຳພັນກັນເລີຍ ” ພໍອາຈານເວົ້າປຸ໋ບ ນັກສຶກສາຄົນນັ້ນຫາກໍ່ຮູ້ວ່າລາວກຳລັງມີເພດສໍາພັນກັບແຟນຂອງລາວ ລາວຈຶ່ງຮີບຟ້າວນຸ່ງເຄື່ອງ ແລະປິດກ້ອງໂດຍດ່ວນ

ໃນຂະນະດຽວກັນນັ້ນ ທາງດ້ານຕົວແທນຂອງມະຫາວິທະຍາໄລກໍ່ອອກມາຍອມຮັບວ່າ ເຫດການນີ້ເກີດຂື້ນຈິງ ແລະຫຼັງຈາກນັ້ນ ນຶກສາຊາຍດົນດັ່ງກ່າວກໍ່ໄດ້ສົ່ງຈົດໝາຍຂໍໂທດອາຈານ ແລະເພື່ອນໆຮ່ວມຊັ້ນຮຽນ ຕອນນີ້ຈຶດໃຈຂອງນັກສຶກສາຄົນນີ້ເຈັບປວດຫຼາຍ ແລະຫວັງວ່າໂລກອອນໄລນຈະຢຸດການສົ່ງຕໍ່ຄລິບ
ຂໍ້ມູນຈາກ: social.tvpoolonline.com
0 Comments