ນັກຮຽນການຊ່າງເຕັກນິກກຳປູເຈຍ ໄອເດຍດີ ຄິດຄົ້ນໂດຣນແບບທີ່ມີຄົນຂັບໃຊ້ແທນລົດ ເພື່ອແກ້ບັນຫາການຈາລະຈອນຕິດຂັດ ແລະຍັງໄດ້ນຳໄປຊ່ວຍໜ່ວຍງານດັບເພີງໄດ້ໃນອະນາຄົດ
ນັກຮຽນກຸ່ມນີ້ ແມ່ນມາຈາກສະຖາບັນໂປລີເຕັກນິກແຫ່ງຊາດກຳປູເຈຍ ພວກເຂົາໄດ້ຊ່ວຍກັນຄິດຄົ້ນໂດຣນບິນໄດ້ແບບມີຄົນຂັບທີ່ເປັນຕົ້ນແບບ ເພື່ອໃຊ້ເປັນພາຫະນະໃນອະນາຄົດ ແກ້ບັນຫາລົດຕິດໃນນະຄອນພະນົມເປັນ ແລະຈະນຳໄປໃຊ້ງານຊ່ວຍສຸກເສີນເຈົ້າໜ້າທີ່ດັບເພີງໃນອາຄານສູງ ເປັນຕົ້ນ

ໂດຣນລຳນີ້ລວມມີ 8 ໃບພັດ ໂດຍໃຊ້ຕັ່ງອີ້ຂອງໂຮງຮຽນເປັນບ່ອນນັ່ງສຳລັບຄົນຂັບ ເຊິ່ງຕອນນີ້ແມ່ນຍັງຢູ່ໃນຂັ້ນຂອງການທົດສອບ ແລະພັດທະນາໃຫ້ສາມາດໃຊ້ງານໄດ້ຢ່າງມີປະສິດທິພາບ ໂດຍໂດຣນຕົ້ນແບບນີ້ ສາມາດບັນທຸກນັກບິນທີ່ມີນໍ້າໜັກບໍ່ເກີນ 60 ກິໂລກຣາມ ແລະສາມາດບິນໃນລະດັບຄວາມສູງ 4 ແມັດ ເປັນໄລຍະເວລາເຖິງ 10 ນາທີ ໂດຍຕັ້ງເປົ້າວ່າຈະສາມາດນຳໄປຊ່ວຍເຈົ້າໜ້າທີ່ດັບເພີງທີ່ຕ້ອງເຂົ້າລະງັບເຫດໄຟໄຫມ້ທີ່ມີຄວາມສູງເກີນກວ່າທີ່ລົດດັບເພີງຈະເຂົ້າເຖິງໄດ້

ງົບປະມານທີ່ໃຊ້ໃນການຜະລິດໂດຣນຕົ້ນແບບນີ້ ຢູ່ທີ່ 20,000 ໂດລາສະຫະລັດ ຫລືປະມານ 197,070,700 ກີບ ແລະໃຊ້ເວລາໃນການສ້າງດົນເຖິງ 3 ປີ ເນື່ອງຈາກຕິດຂັດບັນຫາຈາກການລະບາດຂອງໂຄວິດ-19 ໂດຍຄາດວ່າຈະໃຊ້ເວລາໃນການພັດທະນາໃຫ້ມີປະສິດທິພາບອີກ 2 ປີ ຈຶ່ງຈະສາມາດຜະລິດໂດຣນທີ່ສົມບູນແບບ ແລະໃຊ້ງານໄດ້ຈິງ ແລະຄາດວ່າຫາກສາມາດຜະລິດອອກຈຳໜ່າຍ ຈະຈຳໜ່າຍໃນລາຄາທີ່ຖືກລົງກວ່ານີ້
ຂໍ້ມູນຈາກ: www.channelnewsasia.com
0 Comments