10 ວິທີກຳຈັດນິໄສ “ ຂີ້ລືມ ” ໃຫ້ໝົດໄປ




"ລືມ"... ເປັນນິໄສທີ່ຫຼາຍຄົນກໍາລັງປະສົບຢູ່ ບໍ່ວ່າຈະເປັນການລືມສິ່ງຂອງບາງຢ່າງ, ລືມຫັ້ນລືມນີ້ຢູ່ຕະຫຼອດເວລາ, ຈົນຄົນທີ່ຢູ່ອ້ອມຂ້າງຈົ່ມວ່າເປັນຄົນຂີ້ຫຼົງຂີ້ລືມ ເບິ່ງຄືເປັນເລື່ອງຕະຫຼົກ, ແຕ່ວ່າມັນຈະບໍ່ດີຖ້າຄວາມຫຼົງລືມຂອງເຮົາເຮັດໃຫ້ເສຍວຽກເສຍງານ ເຊັ່ນ: ລືມນໍາເອກະສານທີ່ສໍາຄັນມາປະຊຸມ ຫຼື ການກະກຽມເອກະສານໄປສະຫມັກວຽກບໍ່ຄົບ ເປັນຕົ້ນ. ເຊິ່ງເຫດການເຫຼົ່ານີ້ເກີດຂຶ້ນກໍ່ອາດເສຍໂອກາດດີໆໄປ ສະນັ້ນ, ຈຶ່ງຕ້ອງຮີບຮ້ອນກຳຈັດນິໄສຂີ້ລືມນີ້ໂດຍດ່ວນ ວັນນີ້ ແອັດມິນ ຈະນໍາເອົາເຕັກນິກດີໆມາໃຫ້ທຸກຄົນໄດ້ປະຕິບັດຕາມ

ແນວທາງການປະຕິບັດ

1. ຈົດບັນທຶກ ການຈົດບັນທຶກເປັນວິທີທີ່ງ່າຍທີ່ສາມາດເຮັດໄດ້ ບໍ່ວ່າມັນເປັນເລື່ອງນ້ອງຫລືໃຫຍ່ເທົ່າໃດ ມັນຈະຊ່ວຍໃຫ້ເຮົາຈື່ຈໍາໄດ້ຂຶ້ນໃຈ, ພຽງແຕ່ໝັ່ນເປີດສະມຸດຈົດບັນທຶກຂອງເຮົາໃຫ້ເປັນເປັນປະຈໍາເທົ່ານັ້ນເອງ. ບໍ່ວ່າຈະເປັນການຂຽນໂນດຈົດບັນທຶກໃນປຶ້ມບັນທຶກນ້ອຍ ແລະ ພົກຕິດຕົວໄວ້ ຫຼື ການພິມບັນທຶກເກັບໄວ້ໃນໂທລະສັບມືຖືຂອງເຮົາມັນກໍ່ຈະງ່າຍຍິ່ງຂຶ້ນ ດັ່ງນັ້ນ, ການຈົດບັນທຶກເປັນນິໄສຈະຊ່ວຍແກ້ໄຂນິໄສຂີ້ຫຼົງລືມຂອງເຮົາໄດ້



2. ຕິດ Post–it ກັນລືມ ການທີ່ເຫັນສິ່ງໃດກໍ່ຕາມທີ່ຈະຊ່ວຍກະຕຸ້ນໃຫ້ເຮົານຶກເຖິງນັ້ນ ຈະເຮັດໃຫ້ເຮົານຶກເຖິງໄດ້ແລະບໍ່ລືມ ເຊິ່ງເຈ້ຍນ້ອຍໆ ຫຼື Post – it ຈຶ່ງຕອບໂຈດໄດ້ດີກັບເລື່ອງນີ້ ໂດຍການຂຽນບັນທຶກ ແລະຕິດໄວ້ຈຸດທີ່ເຮົາສາມາດເບິ່ງເຫັນໄດ້ງ່າຍໆ ເຊັ່ນ: ປະຕູເຮືອນ. ສະວິກໄຟໃນລົດ ຖ້າຫາກວ່າເປັນຢູ່ບ່ອນເຮັດວຽກ ກໍ່ໃຫ້ຕິດໄວ້ກັບຄອມພິວເຕີ ຫຼືຂອບຂອງໂຕະ ເປັນຕົ້ນ ແລະເລືອກສີທີ່ໂດດເດັ່ນຕ້ອງຕາ ຮັບຮອງເລີຍວ່າຈະສາມາດປ້ອງກັນບໍ່ໃຫ້ຫຼົງລືມໄດ້ແນ່ນອນ



3. ການຈັດລໍາດັບຄວາມສໍາຄັນ ການຈັດປະເພດເປັນຂັ້ນຕອນທີ່ຈະແຍກສິ່ງທີ່ຈໍາເປັນຕ້ອງເຮັດ, ເອົາໃຈໃສ່ໃນຫົວຂໍ້ໃຫຍ່ກ່ອນ ເພື່ອເຮັດໃຫ້ຈົດຈຳໄດ້ງ່າຍ ແລະເຮັດວຽກເປັນຂັ້ນເປັນຕອນ ແລ້ວຈາກນັ້ນກໍ່ຄອຍໄປຈັດການກັບຫົວຂໍ້ອື່ນໆພາຍຫຼັງ



4. ເລືອກເຮັດເທື່ອລະອັນ ສໍາລັບການລືມ ການເຮັດບາງສິ່ງບາງຢ່າງໃນເວລາດຽວກັນມັກຈະລືມໄດ້ງ່າຍ ຕົວຢ່າງ: ປຸງແຕ່ງອາຫານຫຼາຍຢ່າງພ້ອມກັນ ແຕ່ກັບລືມວ່າໄດ້ປຸງລົດອາຫານ ຫຼືໃສ່ຫຍັງລົງໄປໜ້ອຍຫຼາຍສໍ່າໃດຈົນເກີນອັດຕາສ່ວນ ກໍ່ເພາະວ່າເຮົາບໍ່ໄດ້ມີສະມາທິກຈົດຈໍ່ກັບສິ່ງໃດສິ່ງໜຶ່ງ ດັ່ງນັ້ນຖ້າຄົນຂີ້ລືມ ແມ່ນໃຫ້ເລືອກເຮັດສິ່ງທີ່ເຮັດກ່ອນໄວ້ກ່ອນນັ້ນຈະດີກວ່າ.


5. ຮັກສາສິ່ງຂອງຕ່າງໆໄວ້ເປັນທີເປັນທາງ ເຊື່ອແນ່ວ່າຄົນຂີ້ລືມ ມັກຈະບໍ່ຮັກສາສິ່ງຂອງໄວ້ເປັນທີເປັນທາງແລ້ວ ມັກຊອກຫາສິ່ງຂອງບໍ່ເຫັນ ເຮັດໃຫ້ເສຍເວລາຢູ່ຕະຫຼອດ. ທາງທີ່ດີທີ່ສຸດຄວນທີ່ຈະເກັບຮັກສາສິ່ງຂອງໄວ້ເປັນທີເປັນທາງ ແຍກປະເພດ, ໝວດໝູ່ ເຊັ່ນ: ສາຍຊາກໂທລະສັບມືຖື, ກະແຈເຮືອນ, ກະແຈລົດ ຄວນມີບ່ອນແຂວນໄວ້ເພື່ອງ່າຍຕໍ່ການຫຍິບໃຊ້ງານ ແລະປ້ອງກັນການລືມໄດ້ງ່າຍຂຶ້ນ



6. ການເວົ້າກັບຕົວເອງຫຼາຍຂຶ້ນ ບໍ່ແມ່ນເລື່ອງຕະຫຼົກ ຫຼືເປັນເລື່ອງແປກປະຫຼາດແຕ່ຢ່າງໃດ ເພາະມັນເປັນສິ່ງສໍາຄັນທີ່ຈະເວົ້າກັບຕົວເອງເພື່ອແກ້ໄຂສິ່ງທີ່ເຮົາຈະເຮັດໃນມື້ນີ້. ວ່າຈະເຮັດສິ່ງໃດກ່ອນ – ຫຼັງ ຄ້າຍໆກັບເປັນການກ່າວຍໍ້າຕົວເອງບໍ່ລືມເຮັດສິ່ງນັ້ນໆ ນັ້ນເອງ 



7. ການຜ່ອນຄາຍສະຫມອງ ການທີ່ເຮົາຕ້ອງໃຊ້ສະໝອງເຮັດວຽກເດີມໆໃນທຸກໆມື້ ອາດເຮັດໃຫ້ສະຫມອງເຮັດວຽກຫນັກເກີນໄປ ແລະກາຍເປັນຄວາມຕຶງຄຽດເກີນໄປ ຈົນເຮັດໃຫ້ກາຍເປັນຄົນຫຼົງໆລືມໆ ດັ່ງນັ້ນໃຫ້ຫາເວລາຫວ່າງສໍາລັບເຮັດກິດຈະກໍາອື່ນໆເຊັ່ນ: ການອອກກໍາລັງກາຍ, ເບິ່ງຫນັງ, ຟັງເພງ... ເພື່ອບໍລິຫານສະໝອງໃຫ້ຜ່ອນຄາຍ ແລະ ເພີ່ມຄວາມຄ່ອງແຄ້ວ ເຊິ່ງສາມາດຊ່ວຍຫຼຸດຜ່ອນການລືມໄດ້



8. ລົງມືເຮັດສິ່ງຕ່າງໆໃຫ້ຊ້າລົງ ການເຮັດບາງສິ່ງບາງຢ່າງໄວ, ຄິດໄວ, ເຮັດໄວ, ອາດບໍ່ໄດ້ດີສະເຫມີໄປ ເພາະຖ້າເຮົາບໍ່ມີທັກສະພຽງພໍ ກໍ່ອາດຈະຈື່ຈຳສິ່ງຕ່າງໆໄດ້ຫນ້ອຍລົງ ແຕ່ຖ້າເຮົາພະຍາຍາມເຮັດຊ້າລົງຫນ້ອຍຫນຶ່ງ, ຄ່ອຍໆຄິດ ເຮັດ ແລະ ໃສ່ໃຈກັບລາຍລະອຽດສິ່ງທີ່ເຮັດຢູ່ ມັນຈະຊ່ວຍໃຫ້ຈື່ຈຳເລື່ອງຕ່າງໆໄດ້ຫຼາຍຂຶ້ນ ແລະຫຼຸດຜ່ອນນິໄສຂີ້ຫລົງຂີ້ລືມອີກດ້ວຍ



9. ກິນອາຫານຫຼັກ ແລະ ອາຫານເສີມທີ່ຊ່ວຍເລື່ອງຄວາມຊົງຈໍາ ນອກຈາກການປ່ຽນແປງພຶດຕິກໍາແລ້ວ, ການກິນອາຫານຫຼັກ 5 ໝູ່ ແລະ ການກິນອາຫານເສີມ ຫຼື ວິຕາມິນຍັງສາມາດຊ່ວຍໄດ້ ອາຫານທີ່ຊ່ວຍເລື່ອງຄວາມຈໍາໄດ້ແກ່ ຜັກຫົມ ຫຼື ວິຕາມິນເຊັ່ນ: ນໍ້າມັນຕັບປາ ແລະອື່ນໆ. ນອກຈາກນີ້ ຄວນຈະພັກຜ່ອນໃຫ້ພຽງພໍ ເຊິ່ງຈະຊ່ວຍເລື່ອງຄວາມຊົງຈໍາ ເນື່ອງຈາກສະຫມອງຈະປອດໂປ່ງ ແລະສົ່ງຜົນໃຫ້ມີຄວາມຊົງຈໍາດີຂຶ້ນນັ້ນເອງ



10. ໃຊ້ເທັກໂນໂລຢີເປັນຕົວຊ່ວຍ ຂໍ້ນີ້ຈະມີການບັນທຶກແຈ້ງເຕືອນຄວາມຈຳ ຈາກຂໍ້ທີ່ 1 ຂ້າງເທິງ ໂດຍມີການນໍາໃຊ້ແອັບພລິເຄຊັ່ນໃນການຈັດບັນທຶກ ທີ່ມີໃຫ້ເລືອກຫຼາກຫຼາຍ ແລະຍັງສາມາດຕັ້ງຄ່າໃຫ້ມີການແຈ້ງເຕືອນໄດ້ອິກດ້ວຍ ຊຶ່ງເຮັດໃຫ້ເຮົາບໍ່ພາດການແຈ້ງເຕືອນເລື່ອງສຳຄັນໄດ້ໃນລະດັບໜຶ່ງ


ດ້ວຍ 10 ວິທີການທີ່ກ່າວມາຂ້າງເທິງນີ້, ຈະຊ່ວຍເຕືອນຄວາມຈຳສຳລັບຄົນຂີ້ຫຼົງຂີ້ລືມໄດ້ເປັນຢ່າງດີ ການຫຼົງລືມອາດບໍ່ແມ່ນເລື່ອງເລັກໆນ້ອຍໆ ເພາະອາການເຫຼົ່ານີ້ສາມາດສ້າງຄວາມເສຍຫາຍທີ່ບໍ່ຄວນຈະເປັນ ດັ່ງນັ້ນຈົ່ງຄວນລະມັດລະວັງກ່ຽວກັບເລື່ອງນີ້ ເພື່ອບໍ່ໃຫ້ກະທົບຕໍ່ວຽກງານ ແລະການໃຊ້ຊີວິດ

ຂອບໃຈຂໍ້ມູນຈາກ : MBK LIFE

0 Comments