ຈາກພາບເປັນກະແສໄປທົ່ວໂລກ ເດັກນ້ອຍຖືກປະຖິ້ມໃຫ້ຕາຍຂ້າງຖະໜົນ ເປັນເວລາ 8 ເດືອນ ວັນນີ້ເຂົາມີຊີວິດສົດໄສ, ເບີກບານ ແຂງແຮງ ປ່ຽນເປັນຄົນລະຄົນ ກໍ່ຍ້ອນຄວາມຮັກ ແລະໂອກາດທີ່ໄດ້ຮັບ...
ຮູບພາບຈາກ instagram landofhope |
ຫຼາຍຄົນຍັງຄົງຈື່ໄດ້ ສໍາລັບພາບທີ່ເປັນກະແສໄວຣັສ ທີ່ສ້າງຄວາມສະເທືອນໃຈໄປທົ່ວໂລກ ໃນ ຂະນະດຽວກັນມີຍິງຄົນຫນຶ່ງ ທີ່ກຳລັງຍື່ນຂວດນ້ຳມາໃຫ້ເດັກນ້ອຍທີ່ຫິວໂຫຍ ຢູ່ໃນສະພາບທີ່ ອ່ອນເພຍ ເກືອບຈະຄ້າຍຄືກັບໂຄງກະດູກຍ່າງໄດ້ ປະມານນັ້ນ...
ຮູບພາບດັ່ງກ່າວທີ່ໄດ້ບັນທຶກໄວ້ ເມື່ອ 5 ປີກ່ອນໃນປະເທດໄນຈີເຣຍ ສະທ້ອນໃຫ້ເຫັນເຖິງສະຕາກຳອັນໂຫດຮ້າຍຂອງເດັກນ້ອຍ ທີ່ຖືກພໍ່ແມ່ກ່າວຫາວ່າເປັນພໍ່ມົດ ຈົນຄອບຄົວຂອງລາວຕ້ອງປະຖິ້ມ ເຖິງຢ່າງໃດກໍ່ຕາມ, ນັບວ່າໂຊກດີທີ່ເດັກນ້ອຍຄົນນີ້ໄດ້ພົບກັບນາງອັນຈາ ຣິງເກຣນ ໂລເວນ ແມ່ຍິງຊາວເດັນມາກທີ່ໄດ້ເຂົ້າມາປ່ຽນແປງຊີວິດຂອງລາວໄປຕະຫຼອດໄປຕະຫຼອດການ
ຮູບພາບຈາກ instagram landofhope |
- ເດັກນ້ອຍຄົນນີ້ອາຍຸພຽງ 2 ປີ ພໍ່ແມ່ໄດ້ຖືກປະລາວເພາະເຊື່ອວ່າລູກຂອງຕົນເອງເປັນພໍ່ມົດ ແລະເດັກນ້ອຍຄົນນີ້ກໍ່ໄດ້ແຕ່ຢ່າງເລາະໄປຕາມຖະໜົນ ໃນສະພາບທີ່ຊຸດໂຊມ ຜິວໜັງຫຽວແຫ້ງ ບໍ່ມີຮອດເຄື່ອງນຸ່ງ ແລະອາຫານ
- ຫຼັງຈາກທີ່ເດັກນ້ອຍຖືກຖິ້ມ ເຂົາກໍ່ໄດ້ພົບກັບອັນຈາ ຜູ້ຍິງຊາວເດັນມາກ ທີ່ເອົານ້ຳ ແລະອາຫານໃຫ້ກິນ ຈົນເປັນທີ່ມາຂອງພາບສະເທືອນໃຈຄົນທົ່ວໂລກ
ຮູບພາບຈາກ instagram landofhope |
ຮູບພາບອື່ນໆ
0 Comments