5 ເຄັດ(ບໍ່)ລັບ ສ້າງສຸຂະພາບທີ່ດີ ສົດໃສທຸກໆວັນ


 ຖ້າທ່ານສາມາດຂໍພອນໄດ້ 3 ຂໍ້, ເຊື່ອໄດ້ວ່າຫນຶ່ງໃນໜຶ່ງໃນພອນນັ້ນຈະຕ້ອງມີເລື່ອງສຸຂະພາບຢູ່ແນ່ນອນ ເພາະວ່າການມີ "ສຸຂະພາບດີ" ແມ່ນສິ່ງທີ່ທຸກຄົນປາດຖະຫນາ ແຕ່ວິທີທີ່ງ່າຍກວ່າການທີ່ເຮົາຈະອະທິຖານນັ້ນ ແມ່ນຕ້ອງຮູ້ຈັກວິທີເຮັດໃຫ້ຕົນເອງມີສຸຂະພາບດີ ຈະມີຂໍ້ໃດແດ່ມາເບີ່ງກັນເລີຍ!

1. ພັກຜ່ອນໃຫ້ພຽງພໍ
ເຝິກການເຂົ້ານອນໄວ ແລະຕື່ນແຕ່ເຊົ້າເປັນໄລຍະເວລາ 7-8 ຊົ່ວໂມງຕໍ່ມື້ ເພື່ອໃຫ້ລະບົບຕ່າງໆໃນຮ່າງກາຍສາມາດເຮັດວຽກໄດ້ຕາມປົກກະຕິ


2. ກິນອາຫານໃຫ້ຄົບ 5 ໝູ່
ຮູ້ຈັກວິທີກິນສິ່ງດີໆມີປະໂຫຍດໃນປະລິມານທີ່ພຽງພໍຕໍ່ມື້ ເພື່ອໃຫ້ສານອາຫານສາມາດຊ່ວຍສ້ອມແຊມ ແລະ ເສີມສ້າງຮ່າງກາຍໃຫ້ແຂງແຮງຍິ່ງຂຶ້ນ




3. ດຶ່ມນໍ້າໃຫ້ຫຼາຍໆ
ນໍ້າ ເປັນອົງປະກອບທີ່ສໍາຄັນໃນຮ່າງກາຍ ທັງລະບົບເລືອດ ແລະ ລະບົບຍ່ອຍອາຫານ ເພື່ອໃຫ້ສາມາດເຮັດວຽກໄດ້ເປັນປົກກະຕິ
 ສຳລັບຜູ້ຍິງຄວນດື່ມ 8-9 ແກ້ວຕໍ່ມື້ ແລະຜູ້ຊາຍຄວນດື່ມ12-13 ແກ້ວຕໍ່ມື້




4. ອອກກໍາລັງກາຍ
ການອອກກໍາລັງກາຍຈະຊ່ວຍເຮັດໃຫ້ຮ່າງກາຍສົດໃສ ແຂງແຮງ ພ້ອມສ້າງພູມຕ້ານທານໃຫ້ດີຍິ່ງຂຶ້ນ



5. ຮັກສາຄວາມສະອາດ
ຢ່າລືມເບິ່ງແຍງຄວາມສະອາດທັງຕົວຂອງທ່ານ. ເຄື່ອງໃຊ້ຕ່າງໆ ລວມທັງເຄື່ອງນຸ່ງຫົ່ມຂອງທ່ານ ໃຫ້ປາສະຈາກສິ່ງເປິະເປື້ອນ ແລະເຊື້ອພະຍາດ




0 Comments