7 ຂໍ້​ເສຍ​ຂອງ​ການນອນ​ເດີກ ຮີບ​ປັບ​ພຶດ​ຕິ​ກຳ ສ່ຽງ​ຕາຍ​ໄວ​


ການນອນ​ເດີກ ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ເຮົາ​ບໍ່​ໜ້ອຍ ບໍ່​ວ່າ​ຈະ​ເປັນ​ທາງ​ຮ່າງ​ກາຍ ຈິດ​ໄຈ ຫລື​ສັງ​ຄົມ ໂດຍ​ສະ​ເພາະ​ກັບ​ສຸ​ຂະ​ພາບ​ຮ່າງ​ກາຍ ຮູ້​ຫລື​ບໍ່​ວ່າ​ຫາກ​ເຮົາ​ນອນ​ຫລັບ​ບໍ່​ພຽງ​ພໍ​ຕໍ່​ເນື່ອງ​ກັນຫຼາຍ​ວັນ ຈະ​ເກີດ​ຫຍັງ​ຂື້ນ? ແນ່ນອນ​ທີ່​ສຸດ ຜົນ​ເສຍ​ຂອງ​ການນອນ​ເດີກ​ຮ້າຍ​ແຮງກວ່າ​ທີ່​ເຮົາ​ຄິດ​ໄວ້ຫຼາຍ ຖ້າ​ເຮົາ​ບໍ່​ປັບ​ພຶດ​ຕິ​ກຳ​ຂອງ​ຕົວ​ເອງ​ໃໝ່...

ຂໍ້​ເສຍ​ຂອງ​ການນອນ​ເດິກ​ສົ່ງ​ຜົນ​ຕໍ່​ຮ່າງ​ກາຍ


1. ລະ​ບົບ​ພູມ​ຄຸ້ມ​ກັນ​ຮ່າງ​ກາຍຫຼຸດ​ຕ່ຳ​ລົງ

ລອງ​ສັງ​ເກດ​ຕົວ​ຂອງ​ເຮົາ​ເອງ​ເບີ່ງວ່າ ຊ່ວງ​ໃດ​ທີ່ນອນ​ເດີກ ຊ່ວງນັ້ນ​ໂຣກ​ຕ່າງໆ​ຈະ​ຖາມ​ຫາ​ຢູ່​ຕະຫຼອດ​ເຊັ່ນ: ໄຂ້​ຫວັດ, ເຈັບ​ຫົວ, ລະ​ບົບ​ການ​ຍ່ອຍ​ອາ​ຫານ​ຜິດ​ປົກ​ກະ​ຕິ ແລະ​ທີ່​ເຫັນ​ໄດ້​ຊັດ​ເຈ​ນ​ທີ່​ສຸດນັ້ນ​ກໍ່​ຄື ຮ່າງ​ກາຍ​ເສຍ​ໂອ​ກາດ​ທີ່​ຈະ​ສ້ອມ​ແຊມ​ສ່ວນທີ່​ເສື່ອມ​ສະ​ພາບນັ້ນ​ໄປ

2. ​ພາ​ວະ​ໂລກ​ອ້ວນ

ຜົນ​ຂອງ​ການນອນ​ເດີກ​ອີກ​ຂໍ້​ກໍ່​ຄື ອ້ວນ ເນື່ອງ​ຈາກ​ລະ​ດັບ​ຮໍ​ໂມນ​ເລ​ປ​ຕິນ (Leptin) ເປັນ​ຮໍ​ໂມນ​ທີ່​ຄວບ​ຄຸມ​ຄວາມ​ຫິວ ເຮັດ​ໃຫ້​ທຳ​ງານ​ຜິດ​ປົກ​ກະ​ຕິ ສົ່ງ​ຜົນ​ໃຫ້​ການ​ຄວບ​ຄຸມ​ຄວາມ​ຫິວ​ຕ່ຳ​ລົງ ຈຶ່ງ​ເປັນ​ເຫດ​ໃຫ້​ເມື່ອ​ກິນ​ຫຍັງ​ເຂົ້າ​ໄປ​ຮ່າງ​ກາຍ​ຈະ​ບໍ່​ຮູ້​ສຶກ​ວ່າ​ອິມ ທັງ​ທີ່​ກິນ​ໃນ​ປະ​ລິ​ມານ​ເທົ່າ​ເດີມ

3. ປວດເບົາ​ເລື້ອຍໆ

ໂດຍ​ປົກ​ກະ​ຕິ​ແລ້ວ ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ຈະ​ເຮັດ​ວຽກ​ຕາມ​ໂມງ​ຂອງ​ແຕ່​ລະ​ຄົນ ສັງ​ເກດ​ໄດ້​ງ່າຍໆ ຄົນ​ທີ່​ຕື່ນ​ມາ​ເຂົ້າ​ຫ້ອງ​ນ້ຳ​ຕອນ​ກາງ​ຄືນ​ຕະຫຼອດໆ ຈະ​ມີ​ບັນ​ຫາ​ການນອນຫຼັບ​ທີ່ບໍ່​ພຽງ​ພໍ

4. ​ສາຍ​ຕາ​ເຊື່ອມ

ຢ່າ​ລືມ​ວ່າ​ຄົນ​ເຮົາ​ເກີດ​ມາ​ພ້ອມ​ກັບ​ສາຍ​ຕາ​ຄູ່​ດຽວ ດັ່ງ​ນັ້ນ​ຖ້າ​ຫາກ​ສາຍ​ຕາ​ເກີດ​ເປັນ​ຫຍັງ​ໄປ ຈະ​ບໍ່​ມີ​ອັນ​ໃໝ່​ປ່ຽນ​ແທນ​ໄດ້ ການນອນ​ເດີກ​ເຮັດ​ໃຫ້​ສາຍ​ຕາ​ພ່າ​ມົວ ເບິ່ງ​ເຫັນ​ໄດ້​ບໍ່​ແຈ້ງ​ດີ ບາງ​ຄັ້ງ​ຈະ​ມີ​ອາ​ການ​ໜັງ​ຕາ​ກະ​ຕຸກ 

5. ​ສຸ​ຂະ​ພາບ​ຈິດ​ເສື່ອມ​ໂຊມ​ລົງ

ຖ້າ​ສຸ​ຂະ​ພາບ​ຈິດ​ຂອງ​ເຮົາ​ບໍ່​ດີ ກໍ່​ຈະ​ສົ່ງ​ຜົນ​ຕໍ່​ຮ່າງ​ກາຍ​ດ້ວຍ​ເຊັ່ນ​ກັນ ຄົນ​ນອນ​ໜ້ອຍ​ມັກ​ຈະ​ມີອາ​ລົມ​ທີ່​ຫງຸດ​ຫງິດງ່າຍ ອາ​ລົມ​ຂຶ້ນໆ​ລົງໆ

6. ​ສະ​ມັດ​ຕະ​ພາບ​ທາງ​ເພດຫຼຸດ​ລົງ

ສຳ​ລັບ​ຜູ້​ຊາຍ​ຄວນ​ຮູ້​ໄວ້​ເລີຍ ຂໍ້​ນີ້ ການນອນ​ເດີກ​ສົ່ງ​ຜົນ​ໃຫ້​ຮໍ​ໂມນ​ເທ​ສ​ໂທ​ສ​ເຕີ​ໂຣນ​ລົດ​ຕ່ຳ​ລົງ ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ທາງ​ເພດຫຼຸດ​ລົງ​

7. ​ໂລກ​ຄວາມ​ຈຳ​ເຊື່ອມ

ການ​ອົດ​ນອນ​ເຮັດ​ໃຫ້​ຄວາມ​ຈຳ​ຂອງ​ເຮົາຫຼົງໆ​ລືມໆ​ໄດ້​ແບບ​ງ່າຍໆ ເນື່ອງ​ຈາກ​ການນອນຫຼັບ​ທີ່ບໍ່​ພຽງ​ພໍ​ເຮັດ​ໃຫ້​ສະ​ໝອງບໍ່​ໄດ້​ພັກ ຂະ​ບວນ​ການ​ຈົດ​ຈຳ​ຖືກ​ຂັດ​ຂວາງ​ການ​ເຮັດ​ວຽກ ແລະ​ຫາກ​ເຮົາ​ປ່ອຍ​ໃຫ້​ການນອນ​ເດີກ​ນັ້ນເປັນ​ອາ​ຈີນ ສະ​ໝອງກໍ່​ຈະ​ລືມ​ສິ່ງ​ທີ່​ເຄີຍ​ເຮັດ ຫລື​ສິ່ງ​ທີ່​ຄິດ​ກຳ​ລັງ​ຈະ​ເຮັດ ແມ່ນ​ແຕ່​ເຮົາ​ຈ​ະ​ນອນ​ຊົດ​ເຊີຍ​ໃນ​ວັນ​ຖັດ​ໄປ​ໃຫ້ຫຼາຍ​ຂື້ນ​ກໍ່​ຕາມ ກໍ່​ບໍ່​ສາ​ມາດ​ນຳ​ຄວາມ​ຈຳ​ສ່ວນນັ້ນ​ກັບ​ມາ​ໄດ້ ຊຶ່ງ​ມັນ​ຮຸນ​ແຮງ​ຈົນ​ເຖິງ​ຂັ້ນຫຼົງ​ລ​ື​ມ​ການ​ຈົດ​ຈຳ​ສິ່ງ​ໃດໄດ້​ງ່າຍໆ​ໄປ​ເລີຍ

0 Comments