Apple ເຕືອນ! ການບັງຄັບໃຊ້ ພອ​ດ​ສ໌ USB Type C ພຽງຢ່າງດຽວເຮັດ​ໃຫ້ສ່ຽງດ້ານ​ນະ​ວັດ​ຕະ​ກຳ​ໃໝ່ໆ

 


ຫຼັງຈາກທີ່ EU ກຽມທີ່ຈະ​ອອ​ກ​ກົດ​ໝາຍໃຫ້ຜູ້ຜະ​ລິດໂທລະສັບມືຖື ແລະ ແທັບເລັດທຸກ​ລຸ້ນ ໃຊ້ພອດ​ສ໌ USB Type C ເທົ່າ​ນັ້ນ, ແນ່ນອນ, ເລື່ອງ​ມັນຕ້ອງລົງມາທີ່ Apple, ເນື່ອງຈາກວ່າເປັນຄ້າຍດຽວທີ່ຈະຕ້ອງປ່ຽນ ພອດ​ສທີ່ໃຊ້ໃນ iPhone ເປັນ​ພອດ​ສ໌ USB Type C ແທນທີ່ Lightning ເດີມ ແລະຄາດວ່າຈະມີຄ່າໃຊ້ຈ່າຍຈຳ​ນວນຫຼາຍ


ລ່າ​ສຸດ, ເມື່ອບໍ່ດົນມານີ້ Apple ໄດ້ອອກ​ມາ​ຕອບ​ໂຕ້​ເຖີງ​ປະ​ເດັນ​ດັ່ງ​ກ່າວ​ວ່າ ການ​ທີ່ EU ຈະ​ບັງ​ຄັບ​ໃຫ້​ຜູ້​ຜະ​ລິດ​ໂທ​ລະ​ສັບ​ມື​ຖື​ຫັນ​ມາ​ໃຊ້​ພອດ​ສ໌ USB Type C ພຽງຢ່າງ​ດຽວນັ້ນ ອາດຈະສ້າງຄວາມສ່ຽງໃຫ້ແກ່ການປ່ຽນແປງ ນະ​ວັດ​ຕະ​ກຳໃຫມ່ໆ ທີ່​ຈະ​ເກີດ​ຂຶ້ນໃນອະນາຄົດຫຼາຍກວ່າ ແລະ ຍັງສົ່ງຜົນກະທົບຕໍ່ລູກຄ້າ ແລະ ເສດຖະກິດຂອງເອີຣົບອີ​ກ​ດ້ວຍ. 


ສຶບ​ເນື່ອງ​ມາ​ຈາກ​ຜົນ​ການຄົ້ນ​ຄວ້າ​ວິ​ໄຈ​ຈາກ Copenhagen Economics, ໄດ້ເປີດເຜີຍວ່າ ຫາກວ່າ EU ບັງຄັບໃຫ້ຜູ້ຜະລິດໃຊ້ມາດຕະຖານດຽວກັນ ມັນຈະເຮັດໃຫ້ລູກຄ້າໃນເອີຣົບໃຊ້​ຈ່າຍ​ເພີ່ມ​ຂຶ້ນ​ປະມານ 1.500 ລ້ານຍູໂຣ ໃນຂະນະດຽວກັນ ຖ້າ​ທຽບ​ກັບຜົນປະໂຫຍດດ້ານສິ່ງແວດລ້ອມແມ່ນຢູ່​ທີ່ 13 ລ້ານຍູໂຣ

ນອກ​ຈາກນີ້ Apple ຍັງ​ບອກ​ອີກວ່າ ກາ​ນ​ບັງ​ຄັບ​ໃຊ້​ກົດ​ໝາຍ​ດັ່ງ​ກ່າວນັ້ນ​ ທີ່ຈິງ​ແລ້ວບໍ່​ຈຳ​ເປັນ​ເລີຍ ເພ​າ​ະ​ໃນ​ປະ​ຈຸ​ບັນ​ນີ້​ອຸດ​ສາ​ຫະ​ກຳ​ສ່ວນ​ໃຫຍ່ກໍ່​ປ່ຽນ​ມາ​ໃຊ້ USB Type C ເປັນ​ສາຍ​ສາກຫຼາຍ​ຂຶ້ນ​ຢູ່​ແລ້ວ ແມ່ນ​ແຕ່ Apple ເອງກໍ່​ຕາມ

​ທີ່​ມາ: http://www.atimedesign.com/webdesign/apple-usb-c-eu/

0 Comments