ຖ້າເວົ້າເຖີງເລື່ອງຂອງການ ບົນບານສານກ່າວ ຄົງເປັນທີ່ຮູ້ຈັກກັນດີເພາະການບົນບານສານກ່າວນັບເປັນຕົວຊ່ວຍສຸດທ້າຍ
ທີ່ຄອຍຍືດໜຽວຈິດໃຈຂອງຄົນເຮົາຕັ້ງແຕ່ສະໄໝບູຮານກັນມາບໍ່ວ່າຈະເປັນຕົວເລື່ອງຂອງດ້ານການຮຽນ, ຄວາມຮັກ, ການງານ, ສຸຂະພາບ ສີ່ງໃດທີ່ບໍ່ປະສົບຜົມສຳເລັດ ກໍຈະມາຂອພອນອະທິຖານໃຫ້ສີ່ງສັກສິດທັ້ງຫລາຍດົນບັນດານພອນນັ້ນໃຫ້ເກິດກັບເຮົາ.
ເຄີຍບໍເວລາຂໍພອນອະທິຖານຕໍ່ສີ່ງສັກສິດ ຫຼື ໄປບົນບານຕໍ່ສານ ເມື່ອໄດ້ສົມຄວາມປາດຖະໜາແລ້ວລືມໄປແກ້ບົນ ຫຼື ບາງທີ່ກໍຈື່ບໍ່ໄດ້ວ່າເຄີຍໄປບົນບານບ່ອນໃດແດ່ ສົ່ງຜົນໃຫ້ຊີວີດຊ່ວງນີ້ເຮັດຍັງກຊຕິດຂັດບໍ່ຄ່ອຍສະດວກສະບາຍຈະຕາມໄປແກ້ບົນແຕ່ກັບຈື່ບໍ່ໄດ້ວ່າເຮົາເຄີຍບົນຫຍັງໄວ້ແນ່ ຫຼື ບົນຕໍ່ສີ່ງສັກສິດຢູ່ໃສແນ່.
ການອະທິຖານຂໍພອນຕໍ່ສີ່ງສັກສິດທັ້ງຫຼາຍເມື່ອຄັ້ງອະດີດຊາດ ຫຼື ຊາດປັດປະຈຸບັນໃນບາງຄັ້ງເຮົາກໍເວົ້າບົນບານສານກ່າວເອົາໄວ້ ແຕ່ກັບລືມໄປແກ້ບົນຕາມທີ່ຂໍໄວ້ຊື່ງ”ວິທີ່ການຖອນຄຳອະທິຖານແກ້ບົນທີ່ຈື່ບໍ່ໄດ້ດ້ວຍບຸນ” ໃນຄັ້ງນີ້ຈະໝາຍລວມເຖິງ ການສາບານ ຫຼື ໄປສາບແຊ່ງໃຜທີ່ເຄີຍໂກດແຄ້ນເຄື່ອງໄວ້ດ້ວຍເຊັ່ນກັນ.
ສີ່ງທີ່ຕ້ອງຕຽມ.
- ພະພຸດທະຮູບນັ່ງສະມາທິ 1 ອົງ.
- ໝາກໄມ້ 5 ຫຼື 7 ຊະນິດ ໃນແຕ່ລະຊະນິດຕ້ອງປະກອບໄປດ້ວຍ ກ້ວຍນ້ຳຫວ້າ 1 ຫວີ, ມະພ້າວ 1 ລູກ, ໝາກນັດ 1 ລູກ ແລະ ໝາກໄມ້ຕາມລະດູການ
- ພວງມາໄລດາວເຮືອງ 3 ພວງ.
- ນ້ຳແດງ 1 ຂວດ ແລະ ນ້ຳຂຽວ 1 ຂວດ.
- ນ້ຳດື່ມ 1 ຂວດ.
- ທຽນຂາວ 2 ເລັ້ມ.
- ທູບ 16 ດອກ.
ວິທີການ:
- ຈັດຕຽມເຄື່ອງເສັ້ນໄຫວວາງໄວ້ໃຫ້ຮຽບຮ້ອຍ.
- ຈາກນັ້ນຈຸດທູບ 16 ດອກ ແລະ ກ່າວຕາມດັງນີ້.
ຕັ້ງຈິດໃຈໃຫ້ມັ່ນ ແລະ ກ່າວນະໂມ 3 ຈົບ.
ມະໂນຕະສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ມະໂນຕະສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ມະໂນຕະສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ຂ້າພະເຈົ້າ (ຊື່, ນາມສະກຸນ, ວັນເດື່ອນປີເກິດ) ຂໍອັນເຊີນອົງພະສຳມາສຳພຸດທະເຈົ້າມາເປັນປະທານ ແລະ ສັະຂີພະຍານ
ຕະຫຼອດທັງອັນເຊີນເທບເທວາ ແລະ ສິ່ງສັກສິດທັ້ງຫຼາຍລວມທັ້ງເຈົ້າທາງເຈົ້າປ່າເຈົ້າເຂົາໃຫ້ມາຮັບເຄື່ອງສັງເວີຍເຄື່ອງສັກກາຣະທີ່ລູກໄດ້ຈັດຖວາຍໃຫ້.
ດ້ວຍສັດຈະອະທິຖານທັ້ງໃນອະດິດຊາດ ແລະ ຊາດນີ້ເລື່ອງ (ເອົາທີ່ຈຳໄດ້ຖ້າຈຳບໍ່ໄດ້ກໍບໍຕ້ອງເວົ້າເຖິງ) ສີ່ງຂອງໃດໆທີ່ໄດບົນສາບານສາບແຊ່ງທີ່ຈຳໄດ້ກໍດີ ແລະ ຈຳບໍ່ໄດ້ກໍໍດີ.
ມາເຖິງບັດນີ້ຂ້າພະເຈົ້າຂໍເຈົ້າກຳນາຍເວນດວງຈິດວິນຍານທັ້ງຫຼາຍໂປດມາຮັບໂປດມາໂມທະນາ ໂປດມາອະຫົວສິກຳ ແລະ ໂປດສົງເຄາະຕາມປະສົງຂອງຂ້າພະເຈົ້າໃນຄັ້ງນີ້ ໂປດຖອນຕົວຈາກອຸປະສັກທັງປວງທັ້ງໃນເລື່ອງການງານ ສຸຂະພາບຂໍໂປດເມດຕາໃຫ້ຂ້າພະເຈົ້າໄດ້ພົບກັບກຳດີ ບຸນກຸສົນທີ່ເຄີຍເຮັດມາ ມີຄວາມສຸກຄວາມຈະເລີນຮຸ່ງເຮື່ອງ ຈົນຕາບເທົ່າເຂົ້າສູ່ພະນີດພານດ້ວຍເຖິດ.
ພໍເວົ້າຈົບສາທຸໃຫ້ທຳການປັກທູບ (ຫລັງຈາກລາແລ້ວກໍຂໍພອນໄດ້ໃນເລື່ອງທີ່ຕ້ອງການ ສາທຸ ສາທຸ ສາທຸ)
0 Comments