ໃນລະຫວ່າງວັນທີ 11 - 17 ພະຈິກ 2021 ນີ້, ໜ່ວຍງານອົບຮົມວຽກງານການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ - 19 ກອງພົນທີ2 ເຊິ່ງນໍາພາໂດຍ ສະຫາຍ ພັນໂທ ທອງຄູນ ຈັນສະຫວ່າງ ຮອງຫົວໜ້າພະແນກເສນາຮັກຫ້ອງພະລາທິການກອງພົນທີ2 ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວຝຶກອົບຮົມ ໃຫ້ວິຊາສະເພາະແພດໝໍຢູ່ບັນດາກົມກອງ ໃນທົ່ວກອງພົນທີ 2
ໂດຍປະຕິບັດຕາມຄໍາສັ່ງ ຂອງຄະນະສະເພາະກິດກອງພົນ ເລື່ອງການປ້ອງກັນ, ຄວມຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ - 19 ດັ່ງນັ້ນ, ໜ່ວຍງານອົບຮົມວຽກງານການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ - 19 ກອງພົນທີ 2 ຈື່ງໄດ້ລົງເຄື່ອນໄຫວຝືກອົບຮົມ ໃຫ້ວິຊາສະເພາະແພດໝໍຢູ່ບັນດາກົມກອງທີ່ຂຶ້ນກັບກອງພົນ2 ໂດຍກໍານົດເປັນ 3 ຈຸດ; ຈຸດທີ 1 ແມ່ນຢູ່ກອງພັນນ້ອຍ 409, ຈຸດທີ 2 ຢູ່ກອງພັນໃຫຍ່ 201 ແລະ ຈຸດທີ 3 ຢູ່ກອງພັນໃຫຍ່ 202
ເນື້ອໃນການອົບຮົມໃນຄັ້ງນີ້ແມ່ນປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ໂດຍແມ່ນ ຮ້ອຍໂທ ດຣ ໂຄ່ລ່າ ອຸນທະວີ ເປັນຜູ້ຂຶ້ນບັນຍາຍ ໃຫ້ຄວາມຮູ້ກ່ຽວກັບເຊື້ອພະຍາດໂຄວິດ - 19, ວິທີການປ້ອງກັນ, ຄວບຄຸ້ມ ແລະ ສະກັດກັ້ນການແຜ່ລະບາດ ໃຫ້ບັນດາວິຊາສະເພາະແພດໝໍໄດ້ຮັບຮູ້ ແລະ ເຂົ້າໃຈສາມາດຮັບມືໄດ້ໃນກໍລະນີຫາກມີການຕິດເຊື້ອເກີດຂຶ້ນ ຢູ່ໃນກົມກອງຂອງຕົນ
ນອກຈາກຮຽນຮູ້ຈາກທິດສະດີ ແລ້ວຍັງໄດ້ລົງມືປະຕິບັດຕົວຈິງໃນການໃຊ້ຊຸດ, ຖອດຊຸດ ປ້ອງກັນແພດ (PPE ) ໂດຍທາງວິຊາການຈາກທິມງານອົບຮົມຈະຂຶ້ນມາສາທິດເປັນຕົວຢ່າງກ່ອນ ແລ້ວຈຶ່ງໃຫ້ວິຊາສະເພາະແພດໝໍທີ່ມາຝຶກອົບຮົມຂຶ້ນມາເຮັດຕົວຈິງ
ຂໍມູນ: News.XBL
0 Comments