ເກີດເຫດລົດໃຫຍຢຽດເດັກນ້ອຍ ອາຍຸ 2 ປີ ເສຍຊີວິດຄາທີ່

 


ອຸບັດຕິເຫດຂັບຂີ່ລົດໃຫຍ່ຢຽບເດັກນ້ອຍ ເສຍຊີວິດຄາທີ່ 01ຄົນ

ໃນວັນທີ 15.11.2021 ເວລາ​ ​09:36ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່(ລົດຮຸນໄດຂົນສົ່ງນ້ຳດື່ມ) ຢຽບເດັກນ້ອຍ ຢູ່ທີ່ບ້ານ ດອນເກົ່າ​ ນະຄອນ​ຫລວງ​ພະບາງ​


ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ01ຄົນ ຊື່​:ທ້າວລາຍອີ ອາຍຸ​ 02​ປີ ປັດຈຸບັນ​ຢູ່​ບ້ານ​ ດອນເກົ່າ​ ນະຄອນຫຼວງ​ພະບາງ​


ທາງຫນ່ວຍ​ກູ້ຊີບອົງກ​ານກາແດງລາວ​ແຂວ​ງຫລວງພະບາງ​ໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວ​ນຳສົ່ງ​ໂຮງ​ເຢັນ​ໂຮງໝໍ​ແຂວງ​ຫລວງພະບາງ​ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ....




0 Comments