ຕັວກກີ ມອບ 467 ກວ່າລ້ານ! ໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫຼືອວຽກງານປ້ອງກັນໂຄວິດ-19
ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ:
ທ່ານ ປອ.ດຣ. ບູນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Mr. Orhan ISIK ເອກອັກຄະລັດຖະທູດແຫ່ງຕວັກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ
ເຊິ່ງໂອກາດນີ້ ທ່ານເອກອັກຄະລັດຖະທູດ ກໍ່ໄດ້ມອບເງິນຊ່ວຍເຫຼຶອຈາກລັດຖະບານຕັວກກີ ຈໍານວນ 467,200,000 ກີບ ເພື່ອນໍາໃຊ້ໃນວຽກງານປ້ອງກັນພະຍາດໂຄວີດ-19 ຢູ່ສູນຈຳກັດບໍລິເວນ ໃນ ສປປ ລາວ ເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍຂອງລັດຖະບານຕວັກກີ ຕໍ່ ສປປ ລາວ
ທີ່ມາ: InsideLaos
0 Comments