ລັດເຊຍແຊງໜ້າຮໍລີວູດ ສົ່ງນັກສະແດງ ແລະຜູ້ກຳກັບ ຂື້ນໄປຖ່າຍທຳໜັງເທິງອະວະກາດສຳເລັດ
ລັດເຊຍສົ່ງນັກສະແດງ ແລະຜູ້ກຳກັບຂື້ນໄປຖ່າຍທຳໜັງເທິງອະວະກາດ ເປັນປະເທດທຳອິດຂອງໂລກ ແຊງໜ້າຮໍລີວູດຂອງອະເມຣິກາ
ທີ່ຜ່ານມາ ການຖ່າຍໜັງທີ່ມີສາກເປັນອະວະກາດ ທັງໝົດລ້ວນແລ້ວແຕ່ເປັນການໃຊ້ເທັກນິກພິເສດເອັບເຟັກຕ່າງໆ ເພາະເຮົາບໍ່ສາມາດໄປຖ່າຍທຳໄດ້ໃນອະວະກາດຈິງໆໄດ້ ແຕ່ຫຼ້າສຸດມັນບໍ່ແມ່ນອີກຕໍ່ໄປແລ້ວ ເພາະມີປະເທດໜຶ່ງສາມາດປົດລ໊ອກຄວາມສຳເລັດນີ້ເປັນທີ່ຮຽບຮ້ອຍ
ເປັນທີ່ຮັບຮູ້ນຳກັນດີວ່າ ລັດເຊຍເປັນປະເທດທຳອິດທີ່ສົ່ງຍານອະວະກາດໄປນອກໂລກ ນອກນັ້ນ, ຍັງໄດ້ສົ່ງໝາຂື້ນໄປອະວະກາດ ແລະຜູ້ຍິງຂື້ນໄປໃນອະວະກາດເປັນປະເທດທຳອິດ
ແລະລັດເຊຍຍັງໄດ້ສົ່ງນັກສະແດງ ເຊັ່ນ: ຍູເລຍ ນັກສະແດງໄວ 37 ປີ ແລະຄລິມ ຊິເພນໂກ ໄວ 38 ປີ ຂື້ນໄປຍັງສະຖານີອະວະກາດນາໆຊາດ ISS ເພື່ອສ້າງຮູບເງົາເລື່ອງທຳອິດຂອງໂລກທີ່ຖ່າຍທຳໃນອະວະກາດຈິງໆ
ເຊິ່ງນັກສະແດງ ແລະຜູ້ກຳກັບ ອອກເດິນທາງໄປຍັງອະວະກາດເມື່ອວັນທີ 5 ຕຸລາ 2021 ດ້ວຍຍານອະວະກາດ Soyuz MS-19 ຈາກສູນປ່ອຍຍານອະວະກາດໄປໂຄນູຣ໌ໃນຄາຊັດສະຖານ ໂດຍໃຊ້ເວລາ 3 ຊົ່ວໂມງເຄິ່ງເດີນທາງໄປເຖີງສະຖານີອະວະກາດນາໆຊາດ ISS ໂດຍມີແອນຕັນ ຊະຄາເປລຣອຟ ນັກບິນອະວະກາດຮ່ວມເດີນທາງໄປພ້ອມກັນ
ເພລພຊິລດ໌ ແລະຊິເພນໂກ ຈະໃຊ້ເວລາ 12 ວັນ ໃນອະວະກາດຊ່ວຍຖ່າຍທຳສ່ວນໜຶ່ງ -ຂອງໜັງເລື່ອງ “ The Challenge ” ເຊິ່ງຈະເລົ່າເລື່ອງກ່ຽວກັບແພດຜູ້ຍິງຄົນໜຶ່ງ ທີ່ຖືກສົ່ງໄປຍັງສະຖານີອະວະກາດນາໆຊາດ ເພື່ອຊ່ວຍຊີວິດນັກບິນອະວະກາດ ໂດຍນັກບິນອະວະກາດທີ່ປະຕິບັດໜ້າທີ່ຢູ່ເທີງສະຖານີອະວະກາດ ພ້ອມຮ່ວມຮັບບົດເປັນນັກບິນອະວະກາດໃນເລື່ອງອີກດ້ວຍ
0 Comments