ແຈ້ງການດ່ວນ!!! ເປີດການຮຽນ-ການສອນ ທົ່ວປະເທດ


ອະນຸຍາດແລ້ວ ! ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ.
ໄດ້ຖະແຫລງຂ່າວ, ກ່ຽວກັບ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19ໃນໄລຍະ ວັນທີ 15 ພະຈິກ 2021 ເປັນຕົ້ນໄປ ໂດຍມີການເຫັນດີ ອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນ ແບບເຊິ່ງໜ້າປົກກະຕິ ຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງທົ່ວປະເທດ.
ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນສົມທົບກັບ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳນົດເງື່ອນໄຂ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມໃຫ້ລະອຽດ ແລ້ວມອບໃຫ້ຄະນະສະເພາະກິດແຕ່ລະທ້ອງຖິ່ນ ສົມທົບກັບຂະແໜງສຶກສາທິການ ແລະ ກິລາ ອະນຸຍາດເປັນແຕ່ລະກໍລະນີ.

0 Comments