ເມືອງໄຊພູທອງ ແຂວງສະຫວັນນະເຂດ ຈັດງານປະກວດງົວງາມ

 


16/11/2021ເມືອງໄຊພູທອງປະກວດງົວງາມປະຈໍາປີ 2021

ພິທີປະກວດງົວງາມປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ2021 ທີ່ບ້ານຄັນທ່າຈານ ເມືອງໄຊພູທອງ ແຂວງສະຫວັນນະເຂດພາຍໃຕ້ການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ , ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້າເມືອງໄຊພູທອງ ມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ , ຫົວໜ້າຫ້ອງການຕ່າງໆອ້ອມຂ້າງເມືອງ, ເຈົ້າຂອງງົວ ແລະ ຜູ້ຮ່ວມຮັບຊົມເຂົ້າຮ່ວມຢ່າງຫຼວງຫຼາຍ.

ງານປະກວດງົວງາມໃນຄັ້ງນີ້ມີຜູ້ສົ່ງງົວ ເຂົ້າປະກວດທັງໝົດຈໍານວນ 20 ໂຕ ໃນນີ້ເປັນງົວພໍ່ພັນພື້ນເມືອງ 10ໂຕ ແລະ ງົວພໍ່ພັນປະສົມຈໍານວນ 10 ໂຕ ໂດຍມີ 6 ບ້ານເຂົ້າຮ່ວມປະກວດຄື: ບ້ານ ຄັນທ່າຈານ, ພູມມະເຈດີ, ໂພນທາດ, ດອນຕູມ, ມ່ວງໄຂ່ ແລະ ບ້ານເວີນຄູນ, ສໍາລັບເງື່ອນໄຂງົວ ທີ່ສົ່ງເຂົ້າປະກວດ ລັກສະນະທົ່ວໄປເນັ້ນໃສ່


ງົວຮູບຮ່າງໃຫຍ່, ສົມບູນ, ອາຍຸເໝາະສົມກັບຮູບຮ່າງລັກສະນະ ມີອາຍຸ 2 ປີຂຶ້ນໄປ, ຂົນເຫຼື້ອມ ແລະ ລຽບດີ ,ອະໄວຍະວະຕ່າງໆຄົບຖ້ວນ, ຮູບຊົງຄວາມສົມບູນຂອງຮ່າງກາຍ ໂດຍເບິ່ງກ້າມຊີ້ນ ແລະ ຄວາມສົມບູນຂອງກ້າມຊີ້ນແຕ່ລະສ່ວນ, ຂະໜາດຂອງສັນຫຼັງລຽບຊື່(ຫຼັງເປັນອານ) ຂາໂຕ້ຍໃຫຍ່ກົມ, ການຍ່າງແລະ ການຢືນສະແດງອອກເຖິງຄວາມສົມບູນແຂງແຮງ, ລັກສະນະປະຈໍາພັນ ສີເຫຼືອງ,ສີນໍ້າຕານແດງ, ສີເທົາ, ຂາວ,ຈໍາປາແດງ ແລະ ສີນໍ້າຕານ,

ໜ້າຝາກບານກວ້າງ( ກິນອາຫານໄດ້ຫຼາຍ), ຕ້ວຍຄໍມີລັກສະນະລຽບ, ບໍ່ພັນຊ້ອນກັນແບບເປັນກີບ, ຂາໂຕ້ຍປານກາງເຖິງໃຫຍ່, ດັງໃຫຍ່ ຮູດັງກວ້າງ ແລະ ສີໃນດັງຕ້ອງເປັນສີດໍາ ຫຼື ສີນໍ້າຕານ, ເຂົາລຽບ,ຫາງໃຫຍ່ຍາວ ແລະ ຫາງເປັນພົ້ວ, ລັກສະນະສືບພັນລູກອັນທະມີຂະໜາດໃຫຍ່ເທົ່າກັນທັງສອງເບື້ອງ, ເໝາະສົມກັບອາຍຸ, ວາງໃນຕໍາແໜ່ງທີ່ເໝາະສົມ, ບໍ່ຫົດ ແລະ ຢ່ອນຍານເກີນໄປ, ລໍາ, ອະໄວຍະວະສືບພັນບໍ່ຂົດບໍ່ງໍ ແລະ ແນບກະຊັບໄປຕາມພື້ນທ້ອງ, ອຸປະນິໄສ ແລະ ອາລົມ ວ່ອງໄວ: ແຈ່ມໃສ, ບໍ່ຮ້າຍ ສາມາດຈັບບາຍໄດ້ ແລະ ຝຶກແອບໄດ້ງ່າຍ


ສໍາລັບຜູ້ຊະນະໃນການປະກວດງົວງາມພໍ່ພັນພື້ນເມືອງລາງວັນທີ1ໄດ້ແກ່ ທ່ານ ບຸນເລື່ອນ ແກ້ວນາມມະວົງ ບ້ານໂພນທາດ ເຈົ້າຂອງງົວ ອາຍຸ2ປີ, ລາງວັນທີ2 ໄດ້ແກ່ ທ່ານ ລ້ານ ສຸວັນນະສີ ບ້ານໂພນທາດ ອາຍຸງົວ3ປີ ແລະ ລາງວັນທີ 3ໄດ້ແກ່ ທ່ານ ທອງ ພົມມະຈັນ ບ້ານ ຄັນທ່າຈານ ອາຍຸງົວ 2 ປີ,

ຜູ້ຊະນະງົວພໍ່ພັນລູກປະສົມ ລາງວັນທີ 1 ໄດ້ແກ່ທ່ານ ຄໍາມີ ສິງຄໍາ ບ້ານ ຄັນທ່າຈານ ອາຍຸງົວ3ປີ, ລ່າງວັນທີ 2 ໄດ້ແກ່ ທ່ານ ເອບ ສີຍາວົງ ບ້ານ ຄັນທ່າຈານ ອາຍຸງົວ 4ປີ 7ເດືອນ, ແລະ ລາງວັນທີ3 ໄດ້ແກ່ທ່ານ ໂຊກໄຊ ສິງຄໍາ ບ້ານ ຄັນທ່າຈານ ອາຍຸງົວ 3 ປີ ໃນແຕ່ລະປະເພດງົວ ລາງວັນທີ 1 ໄດ້ຮັບເງິນສົດຈໍານວນ 6 ແສນກີບ , ລາງວັນທີ 2ເງິນສົດຈໍານວນ 5 ແສນກີບ ແລະ ລາງວັນທີ 3 ໄດ້ຮັບເງິນສົດ 4 ແສນກີບ

ໂດຍໄດ້ຮັບກຽດມອບລາງວັນ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້າເມືອງ ໄຊພູທອງ ມອບໃຫ້ຢ່າງສົມກຽດ, ນອກນັ້ນກໍ່ຍັງມີ ລາງວັນຊົມເຊີຍ ໂດຍການມອບເງິນສົດຈໍານວນ 3 ແສນກີບ ມອບໂດຍ ທ່ານ ຄໍາຈັນ ສີດາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ

0 Comments