ຕົ້ນແຄຈັດຢູ່ໃນພືດຕະກູນຖົ່ວ ມີຮາກເຊິ່ງເປັນທີ່ຢູ່ອາໄສຂອງແບັກທີເລຍທີ່ມີຊື່ວ່າ "ໄຣໂຊບ່ຽມ" (Rhizobium) ເປັນໄມ້ເນື້ອອ່ອນ ເນື້ອໄມ້ສາມາດນຳມາສຳລັບປຸກເຫັດຫູໜູໄດ້ ແລະຍັງເປັນທີ່ຢູ່ອາໄສຂອງເຊື້ອລາເຫັດທີ່ມີຊື່ວ່າ: ໄມຄໍໄຣຊ່າ (Mycorrhiza) ຫລືເຊື້ອລາເຫັດ ເຊິ່ງຈະມີທັງດອກແຄຂາວ, ແຄແດງ ທຸກສ່ວນຂອງຕົ້ນແຄຖືວ່າມີສັບພະຄຸນທາງຢາ ແຖມຍັງເປັນແຫຼ່ງພະລັງງານຊັ້ນດີ ເພາະໃນຍອດອ່ອນຫລືດອກ ຫລືແມ່ນແຕ່ໝາກອ່ອນຈະອຸດົມໄປດ້ວຍສານອາຫານຕ່າງໆເຊັ່ນ: ໂປຣຕິນ, ຄາໂບໄຮເດດ, ໄຂມັນ, ແຄຊ່ຽມຟໍສະຟໍຣັສ, ເບຕ້າແຄໂຣທີນ, ແມັກນິຊ່ຽມ, ວິຕາມິນ ບີ1, ບີ2, ບີ3, ບີ9 ແລະວິຕາມິນຊີ ເປັນຕົ້ນ
ການນຳຍອດແຄອອນ ຫລືດອກມາປຸງແຕ່ງເປັນອາຫານ ນອກຈາກຈະມິສັບພະຄຸນເປັນຍາລະບາຍອ່ອນໆ ແລ້ວ ຍັງມີສັບພະຄຸນດີໆ ຫຼັກໆທີ່ປະສົມມາໃຫ້ມີ 6 ຢ່າງດັ່ງນີ້:
1, ຊ່ວຍຖອນພິດໄຂ້ ແກ້ອາການປວດຫົວ
2. ຊ່ວຍລະລາຍຂີ້ກະເທີ້ ເປັນຢາແກ້ຫວັດ ຊ່ວຍລົດນໍ້າມູກ
3. ແກ້ໂຣກຮ້ອນໃນ ກິນແລ້ວຜ່ອນຄາຍນອນຫຼັງສະບາຍ
4. ຊ່ວຍຮັກສາແຜ ເປັນຢາຂ້າເຊື້ອ
5. ແກ້ໂຣກເບົາຫວານ ຊ່ວຍລົດລະດັບນໍ້າຕານໃນເລືອດ
6. ຊ່ວຍບຳລຸງຮັກສາສາຍຕາ ເນື່ອງຈາກມີສານເບຕ້າແຄໂຣທີນ (ເບຕ້າແຄໂຣທີນ ເປັນສານຕ້ານອະນຸມູນອິດສະຫຼະ ຊຶ່ງຊ່ວຍຊະລໍໂຣກປະສາດຕາເຊື່ອມ) ຫາກຮັບປະທານເປັນປະຈຳວັນ ຈະເຮັດໃຫ້ສາຍຕາບໍ່ພ່າມົວຕາມໄວ ຫລືສາຍຕາບໍ່ເຊື່ອມງ່າຍນັ້ນເອງ
0 Comments