ເຫດການນີ້ເກີດຂື້ນ ເມື່ອພະນັກງານສ້ອມທໍ່ລະບາຍນໍ້າຂອງບໍລິສັດ Mort's Water Company ບໍລິສັດການປະປາຂອງລັດໄອໂອວາ ທີ່ລົງໄປກວດສອບທໍ່ນໍ້າໃຕ້ດິນໃນເມືອງລາຕິເມີ
ກ່ອນຈະພົບກັບພາບທີ່ຊວນສະຫຍອງນີ້ ຫຼັງຈາກເປີດຝາແລ້ວດຶງເອົາທໍ່ປະປາຂື້ນມາຈາກໃຕ້ດິນ ກໍ່ພົບງູຈຳນວນ 8-9 ໂຕ ກ້ຽວພັນເປັນພວງຕິດກັບທໍ່ດັ່ງທີ່ເຫັນໃນພາບ ຢ່າງໃດກໍ່ຕາມ ຍັງໂຊກດີທີ່ງູເຫຼົ່ານີ້ເປັນງູບູລ (Bullsnake) ເຊິ່ງເປັນງູບໍ່ມີພິດ ແຕ່ເປັນງູທີ່ມີຂະໜາດໃຫຍ່ ໂຕໃຫຍ່ສຸດມີຂະໜາດຍາວເກືອບ 2 ແມັດ
ທາງບໍລິສັດຈຶ່ງໄດ້ນຳພາບມາໂພສໃນໂຊຊ້ຽວ ໂດຍບອກວ່າຝາທໍ່ບໍ່ມີການປິດໃຫ້ແຈບ ເຮັດໃຫ້ງູໄດ້ເຂົ້າໄປຢູ່ໃຕ້ຝາທໍ່ ແລະກ້ຽວພັນກັນຢ່າງທີ່ເຫັນ
0 Comments