ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ສະໜັບສະໜຸນງົບປະມານ 1,000,000 ບາດ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ
ຈາກສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ຕັ້ງແຕ່ປີ 2020 ຈົນເຖິງປັດຈຸບັນ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ ໃນວົງກວ້າງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ຄວາມສໍາຄັນເຖິງສະຖານະການການແຜ່ລະບາດດັ່ງກ່າວ ຈຶ່ງຂໍຮ່ວມເປັນສ່ວນໜຶ່ງຂອງສັງຄົມ ໂດຍການສະໜັບສະໜຸນງົບປະມານ ຈໍານວນ 1,000,000 ບາດ ຜ່ານໂຄງການລະດົມທຶນຊ່ວຍເຫຼືອ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ
ພາຍໃຕ້ການດໍາເນີນງານຂອງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂອງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ
ນັບແຕ່ປີ 2020 ເປັນຕົ້ນມາ ບໍລິສັດໄດ້ມີສ່ວນຮ່ວມສະໜັບສະໜຸນງົບປະມານ ເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ກັບ ລັດຖະບານ ແຫ່ງ ສປປ ລາວ. ທັງໃນລະດັບທ້ອງຖິ່ນ ແລະ ລະດັບສູນກາງ ລວມແລ້ວຈໍານວນກວ່າ 9 ໂຄງການ ເປັນເງິນມູນຄ່າ 1,260,000,000 ກີບ (ໜຶ່ງພັນສອງຮ້ອຍຫົກສິບລ້ານກີບ) ຫຼື ເທົ່າກັບ 3,600,000 ບາດ (ສາມລ້ານຫົກແສນບາດ)
ນອກຈາກພັນທະກິດຫຼັກຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໃນດ້ານການຜະລິດກະແສໄຟຟ້າ ເພື່ອສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ກັບ ສປປ ລາວ. ແລະ ລາດຊະອານາຈັກໄທ ແລ້ວ ການໃຫ້ຄວາມສໍາຄັນໃນເລື່ອງ ຄວາມໃສ່ໃຈ, ຄວາມຫ່ວງໃຍຕໍ່ຊຸມຊົນ ແລະ ສັງຄົມ ກໍ່ເປັນອີກສິ່ງໜຶ່ງທີ່ບໍລິສັດໃຫ້ຄວາມສໍາຄັນມາໂດຍຕະຫຼອດ ແລະ ຈາກສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ທົ່ວໂລກກໍາລັງປະເຊີນຢູ່ໃນຂະນະນີ້ ຈໍາເປັນຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນໃນການເບີ່ງແຍງພໍ່ແມ່ປະຊາຊົນໃຫ້ປອດໄພ
ດັ່ງນັ້ນ, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈຶ່ງຂໍເປັນອີກໜຶ່ງພາກສ່ວນທີ່ສະໜັບສະໜຸນການຕ້ານສະຖານະການການແຜ່ລະບາດໃນຄັ້ງນີ້ ແລະ ຂໍສົ່ງກໍາລັງໃຈໃຫ້ກັບພໍ່ແມ່ປະຊາຊົນ ແລະ ສປປ ລາວ. ໃຫ້ສາມາດຜ່ານພົ້ນວິກິດຄັ້ງນີ້ໄປໄດ້ດ້ວຍດີ
ຂໍ້ມູນ: News.XBL
0 Comments