ແຂວງ ໄຊຍະບູລີ ໄດ້ຮັບເຄື່ອງປ້ອງກັນໂຄວິດ ມູນຄ່າເກືອບ 40 ລ້ານກີບ.
ເພື່ອເປັນການປະກອບສ່ວນເຂົ້າໃນການຕອບໂຕ້ກັບພະຍາດໂຄວິດ-19 ທີ່ລະບາດຢູ່ແຂວງ ໄຊຍະບູລີ ໃຫ້ໄດ້ຮັບໄຊຊະນະ, ໃນຕອນບ່າຍຂອງວັນທີ 30 ພະຈິກ 2021 ທີ່ຫ້ອງວ່າການແຂວງ ໄຊຍະບູລີ ບໍລິສັດ ຊີເຄ ພາວເວີ ຈໍາກັດມະຫາຊົນ ຮ່ວມກັບ ໂຮງໄຟຟ້າພະລັງງານນໍ້າ ໄຊຍະບູລີ ໄດ້ນໍາເອົາເຄື່ອງປ້ອງກັນໂຄວິດ-19 ມາມອບໃຫ້ແຂວງ ໄຊຍະບູລີ, ເຄື່ອງດັ່ງກ່າວປະກອບມີ ຊຸດກວດໂຄວິດ ຈໍານວນ 1.000 ຊຸດ ແລະ ຜ້າອັດປາກ-ດັງ ຈໍານວນ 100 ກ່ອງ ( 50 ອັນ/ກ່ອງ ) ລວມມູນຄ່າທັງໝົດ 39,000,000 ກວ່າກີບ, ໃຫ້ກຽດມອບໂດຍແມ່ນ ທ່ານ ເອັດກາ ຜູ້ອໍານວຍການບໍລິສັດ ໄຟຟ້າ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ແລະ ຮັບໂດຍແມ່ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ຄວບຄຸມ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ, ໂອກາດດັ່ງກ່າວ ທ່ານ ເພັດພິໄຊ ສູນວິໄລ ຕາງໜ້າໃຫ້ແຂວງ ໄຊຍະບູລີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ຊີເຄ ພາວເວີ ຈໍາກັດມະຫາຊົນ ແລະ ໂຮງໄຟຟ້າພະລັງງານນໍ້າ ໄຊຍະບູລີ ທີ່ໄດ້ນໍາເອົາເຄື່ອງປ້ອງກັນໂຄວິດ-19 ມາມອບໃຫ້ແຂວງ ໄຊຍະບູລີ ໃນການຕອບໂຕ້ກັບພະຍາດໂຄວິດ-19, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງບໍລິສັດດັ່ງກ່າວທີ່ມີຕໍ່ແຂວງ ໄຊຍະບູລີ
0 Comments