ເມືອງເງິນກຳນົດເອົາໂຮງຮຽນແລະຫໍປະຊຸມບ້ານເປັນໂຮງໝໍພາກສະໜາມ
ໃນລະຫວ່າງວັນທີ 27-28 ພະຈິກ 2021 ນີ້. ຢູ່ທີ່ເມືອງເງິນ ແຂວງ ໄຊຍະບູລີ ທາງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນເມືອງ-ຂັ້ນບ້ານ ໄດ້ສົມທົບກັບກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ໄດ້ພ້ອມກັນກະກຽມໂຮງໝໍປີ່ນປົວພາກສະໜາມ ເພື່ອຕອບໂຕ້ກັບການລະບາດຂອງພະຍາດໂຄວິດ 19 ຢູ່ເມືອງເງິນ
ການກະກຽມ ໂຮງໝໍປີ່ນປົວພາກສະໜາມຄັ້ງນີ້. ທັງສອງກຳລັງໄດ້ພ້ອມກັນ ອານາໄມປັດກວາດ, ຍົກໂຕະຕັ່ງອອກຈາກສະຖານທີດັ່ງກ່າວ ໂດຍໄດ້ກຳນົດເອົາ 3 ຈຸດຄື: ໂຮງຮຽນປະຖົມບ້ານຂອນ, ໂຮງຮຽນ ມສ ເມືອງເງິນ, ແລະ ຫ້ອງການບ້ານຂອນ ເຊີ່ງສາມາດບັນຈຸຄົນເຈັບ ໄດ້ທັງໝົດ 170 ຄົນ, ປະຈຸບັນນີ້ ຢູ່ເມືອງເງິນ ແມ່ນພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ 19 ແລະ ມີທ່າອ່ຽງເພີ່ມຂື້ນໃນແຕ່ລະວັນ ມາຮອດ ຮອດປະຈຸບັນນີ້ ເມືອງເງິນ ມີຜູ້ຕິດເຊື້ອສະສົມທັງໝົດ 63 ຄົນ, ໃນນີ້ຕິດເຊື້ອພາຍໃນຊຸມຊົນສູງເຖີງ 59 ຄົນ
ມີ 4 ບ້ານເຂດແດງ, ປະຈຸບັນ ທີມງານສາລະນະສຸກແຂວງ ແລະ ສາທາລະນະສຸກເມືອງ ແມ່ນໄດ້ສືບຕໍ່ລົງ ສືບສວນ-ສອບສວນ ທາມລາຍຜູ້ໃກ້ຊິດ ແລະ ເກັບຕົວຢ່າງຊອກຫາເຊື້ອ, ໄປພ້ອມໆກັບການໂຄສະນາສຸກຂະສຶກສາ ໂດຍໃຊ້ລົດເຄື່ອນທີ່ ທຸກໆມື້ ສຳລັບບ້ານເຂດແດງ ແມ່ນ 2 ຄັ້ງຕໍ່ມື້,ບ້ານເຂດເຫຼືອງ 1 ຄັ້ງຕໍ່ມື້ ນອກຈາກນັ້ນ ຍັງໄດ້ສືບຕໍ່ສັກວັກຊີນປ້ອງກັນພະຍາດ ໂຄວິດ 19 ໃຫ້ກຸ່ມເປົ້າໝາຍ ນັບແຕ່ອາຍຸ 12 ປີຂື້ນໄປ
ຂໍ້ມູນ:News.XBL
0 Comments