ກອງບັນຊາການທະຫານແຂວງວຽງຈັນ ເປັນເຈົ້າພາບຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຢູ່ເຂດໃຈກາງ

ກອງບັນຊາການທະຫານແຂວງວຽງຈັນ ເປັນເຈົ້າພາບຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານ


     ໃນຕອນເຊົ້າຂອງວັນທີ 1 ທັນວາ 2021 ນີ້, ກອງບັນຊາການທະຫານແຂວງວຽງຈັນ, ໄດ້ຮັບກຽດເປັນເຈົ້າພາບຈັດພິທີປະກາດເລື່ອນຊັ້ນພັນຕີຂື້ນເປັນຊັ້ນພັນໂທໃຫ້ນາຍທະຫານຂອງບັນດາກົມກອງຢູ່ເຂດໃຈກາງ 5 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມກະສິດ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ

ເຂົ້າຮ່ວມໃນພິທີມີສະຫາຍ ພົນຈັດຕະວາ ຄຳເຄນ ອຸດຕະມາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ,ມີກົມພະນັກງານ, ກອງບັນ
ຊາການທະຫານແຂວງວຽງຈັນ, ວິທະຍາຄານກົມມະດໍາ, ກອງພັນໃຫຍ່ 497, ກອງພົນທີ 1, ກອງບັນຊາການທະຫານແຂວງວຽງບໍລິຄຳໄຊ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ


ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ໄດ້ຂື້ນຜ່ານຂໍ້ຕົງລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາກົມກອງກຳລັງຫຼວງ ແລະ ກຳລັງທອ້ງຖິ່ນ,ອິງຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວສະບັບປັບປຸງໃນພາກ 2 ໝວດ3 ມາດຕາ 19 ແລະ 20 ວ່າດ້ວຍອາຍຸກະສຽນປະດັບຊັ້ນ,ປະດັບທຽບຊັ້ນໃຫ້ນາຍທະຫານ 


ໃນນີ້ໄດ້ເລື່ອນຊັ້ນພັນຕີຂື້ນເປັນຊັ້ນພັນໂທ ຈໍານວນ 46 ສະຫາຍ, ຍິງ 2 ສະຫາຍ ຄື: ກອງບັນ
ຊາການທະຫານແຂວງວຽງຈັນ 9 ສະ
ຫາຍ, ວິທະຍາຄານກົມມະດຳ 18 ສະ
ຫາຍ, ກອງພົນທີ1, 7 ສະຫາຍ, ກອງພັນໃຫຍ່ 497, 4 ສະຫາຍ ແລະ ກອງບັນ
ຊາການທະຫານແຂວງບໍລິຄຳໄຊ 8 ສະຫາຍ


ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກໍໄດ້ສະແດງຄວາມຍອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງ, ເນັ້ນໜັກໃຫ້ແຕ່ລະສະຫາຍສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີ່ເຮັດວຽກໃຫ້ມີລັກສະນະວິທະຍາສາດສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າສຸ່ມໃສ່ວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດ ຕາມການຈັດຕັ້ງມອບໝາຍໃຫ້ດ້ວຍໝາກຜົນສູງ

ການປະກາດຊັ້ນຄັ້ງນີ້ ເປັນການຢັ້ງຢືນເຖິງຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້, ທັງເປັນການເຊື່ອໝັ້ນໄວ້ວາງໃຈຂອງ ພັກ-ລັດ ທີ່ມີຕໍ່ກັບບັນດາສະຫາຍ ແລະ ຈົ່ງພ້ອມກັນເຊີດຊູ ແລະ ຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ, ມີແບບແຜນວິທີເຮັດວຽກບົນຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະບຸກຄົນຮັບຜິດຊອບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນເພື່ອຍົກລະດັບຄວາມຮູ້ຄວາມສາມາດ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການຊີ້ນຳ-ນຳພາປັບປຸງ ແລະ ພັດທະນາກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ.
   

ຂໍ້ມູນ: ຈັນທະຈອນ ສີສະເກດ

0 Comments