ພົບເຫັນແຈ້ງດ່ວນ! ຜູ້ຕິດເຊື້ອໜີອອກຈາກສູນກັກກັນ ມສ ດົງໂດກ ແລ້ວລັກລົດຈັກພ້ອມ

 


ພົບເຫັນແຈ້ງດ່ວນ! ຜູ້ຕິດເຊື້ອໜີອອກຈາກສູນກັກກັນ ມສ ດົງໂດກ ແລ້ວລັກລົດຈັກໄປພ້ອມ

ໃນວັນທີ 28 ພະຈິກ 2021, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຊື່ ທ້າວ ກ (ນາມສົມມຸດ) ອາຍຸ 39 ປີ ໄດ້ລັກອອກຈາກການປິ່ນປົວໂຄວິດ 19 ທີ່ສູນ ມສ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ໄປລັກເອົາລົດຈັກ Honda ສະກຸບປີ ສີຂາວ ທະບຽນ ຈບ 6593 ຈໍາປາສັກ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ແລ້ວຂັບຂີ່ໜີໄປ


ສະນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນ ຊ່ວຍກວດກາຕິດຕາມລົດຕາມຢູ່ບັນດາຈຸດຕ່າງໆ ຕ້ອງມີສະຕິໃນມາດຕະການປ້ອງກັນໂຄວິດ-19 ຖ້າຫາກໃຜພົບເຫັນ ໃຫ້ຮີບຮ້ອນ ລາຍງານໃຫ້ຫ້ອງຕໍາຫຼວດ ແລະ ໃຫ້ຫຼີກລ້ຽງການສໍາພັດ
ຂໍ້ມູນຈາກ: ປກສ ນວ

0 Comments