ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວແຂວງໄຊຍະບູລີ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ

 ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ



ກອງປະຊຸມສະຫລຸບຕີລາຄາ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວແຂວງໄຊຍະບູລີປະຈໍາປີ 2021ໄດ້ສໍາເລັດລົງໃນລະຫວ່າງວັນທີ 30 ພະຈິກ 2021 ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ,ໂດຍມາດຕະການຄຸມເຂັ້ມ ເວັ້ນໄລຍະຫ່າງ, ໃສ່ຜ້າອັດປາກ, ວັດແທກອຸນຫະພູມ ຂອງແຕ່ລະທ່ານທີ່ເຂົ້າຮ່ວມປະຊຸມເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ. ພາຍໃຕ້ການເປັນປະທານຂອງສະຫາຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ໄຊຍະບູລີ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ ຫົວໜ້າ, ຮອງຫົວໜ້າຄະນະຈັດຕັ້ງ ບັນດາເມືອງ11 ເມືອງ ອົງການ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ.


ສະຫາຍ ສໍາລານ ສຸວັນນະໂຊດ,ຄະນະປະຈໍາພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາ ສະພາບການຈັດຕັ້ງປະຕິບັດ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຈາກການປະຕິບັດໜ້າທີ່ ວຽກງານຂອງຄະນະຈັດຕັ້ງທົ່ວແຂວງ ໃນໄລຍະ 5 ປີຜ່ານມາ, ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງການຈັດຕັ້ງຮາກຖານພັກຢ່າງຕໍ່ເນື່ອງ ການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ, ມີການຫັນປ່ຽນຢ່າງແຂງແຮງ ການປັບປຸງກົນຈັກການຈັດຕັ້ງແມ່ນໄດ້ຕິດພັັນກັບການກໍານົດຕໍ່າແໜ່ງງານ ເຮັດໃຫ້ອົງການຈັດຕັ້ງພັກ,ສະມາຊິກພັກ ມີການເຕີມໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ.ໃນປີ 2020 ທົ່ວແຂວງໄຊຍະບູລີ ມີຮາກຖານພັກທັງໝົດ 1.409 ຮາກຖານ ໃນນີ້ຄະນະພັກຮາກຖານມີ 87ຄະນະພັກຮາກຖານ, ໜ່ວຍພັກຮາກຖານ 1.322 ໜ່ວຍພັກ. 


ທຽບໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ VI ເພີ່ມຂື້ນ 289 ໜ່ວຍພັກ, ມາຮອດປະຈຸບັນທົ່ວແຂວງມີສະມາຊິກພັກທັງໝົດ 20.409 ສະຫາຍ,ຍິງ 5.642 ສະຫາຍ,ໃນນີ້ສະມາຊິກພັກສໍາຮອງ 1.143 ສະຫາຍ ຍິງ 431 ສະຫາຍ. ສ້າງໄດ້ໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ1.115 ໜ່ວຍ, ໜ່ວຍພັກກາງ 118 ໜ່ວຍ, ອ່ອນ 2 ໜ່ວຍ ແລະ ບໍ່ໄດ້ແບ່ງ 174 ໜ່ວຍ, ສະມາຊິກພັກໄດ້ປະເພດແຂງ 17.679 ສະຫາຍ, ຍິງ 4.905 ສະຫາຍ ກວມ 82% , ກາງ 707 ສະຫາຍ, ຍິງ 69 ສະຫາຍ, ອ່ອນ 39 ສະຫາຍ ຍິງ 7 ສະຫາຍ, ບໍ່ແບ່ງ 1.984 ສະຫາຍ ຍິງ 661 ສະຫາຍ ຍ້ອນຍົກຍ້າຍມາ ແລະ ຂະຫຍາຍໃໝ່.


ມີສະມາຊິກພັກຖືກປະຕິບັດວິໄນທັງໝົດ 458 ສະຫາຍ, ຍິງ 59 ສະຫາຍ ໃນນັ້ນຢູ່ຂັ້ນແຂວງ 66 ສະຫາຍ, ຂັ້ນເມືອງ 392 ສະຫາຍ, ຮາກຖານບ້ານ 170 ສະຫາຍ, ປະຕິບັດວິໄນຂັ້ນກ່າວເຕືອນ 168 ສະຫາຍ, ໂຈະຮ່ວມຊິວິດພັກ 40 ສະຫາຍ, ເອົາອອກຈາກພັກ 185 ສະຫາຍ, ພະນັກງານລັດຖະກອນຖືກປະຕິບັດວິໄນ 33 ສະຫາຍ, ໂຈະການເລື່ອນຊັ້ນຂັ້ນເງີນເດືອນ 13 ສະຫາຍ ແລະ ເອົາອອກຈາກການເປັນພະນັກງານລັດຖະກອນ 6 ສະຫາຍ. ການກະທໍາຜິດສ່ວນໃຫຍ່ແມ່ນການລະເມີດກົດລະບຽບຂອງພັກ,ກົດໝາຍລັດຖະກອນ, ການສໍ້ລາດບັງຫຼວງ, ການພົວພັນຢາເສບຕິດ ແລະກໍລະນີອື່ນໆ. ກອງປະຊຸມ ຍັງໄດ້ພ້ອມທັງຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມໃນປີ 2021 - 2025

ຂໍ້ມູນ: News.XBL

0 Comments