ລູກ 2 ເດືອນຕິດໂຄວິດ 19



ມື້ນີ້ມີເວລາຈະມາແຊສ ປະສົບການລູກນ້ອຍ 2ເດືອນຕິດໂຄວິດ

ພ້ອມກັບວິທີຮັກສາ

👉 ລູກນຸ້ຍຊື່ນະນາຍ ຕິດໂຄວິດ ກ່ອນຫນ້າແມ່ນລູກບໍ່ໄດ້ມີອາການຫຍັງເລີຍ ຄືເປັນຫວັດທຳມະດາ ເຮົາກໍ່ເລີຍບໍ່ຮູ້ວ່າລາວຕິດ ຈົນນຸ້ຍເປັນໄຂ້ລະໄດ້ໄປກວດ ຢູ່ໂຮງຫມໍ 103 ຜົນອອກມາເປັນບວກ ນຸ້ຍເລີຍຕັດສິນໃຈເອົາລູກແລະຄອບຄົວມາກວດ ຜົນອອກມາຄືເປັນຫມົດຄອບຄົວ


👉 ນຸ້ຍເປັນຫ່ວງລູກຫລານ ເພາະລາວມີນໍ້າມູກຫລາຍ ຫາຍໃຈຍາກ ຂີ້ມູກອອກຕະຫລອດ ນຸ້ຍເລີຍໄດ້ປຶກສານໍາທ່ານຫມໍຄົນທີ່ຮູ້ຈັກກັນວ່າຄວນເຮັດແນວໃດ ທ່ານຫມໍເພິນແນະນຳໃຫ້ໄປໂຮງຫມໍ ເພາະເດັກເຮົາບໍ່ສາມາດທີ່ຈະເດົາອາການໄດ້

👉ນຸ້ຍເລີຍໄດ້ລົມນໍາສະເພາະກິດທີ່ເພິນຮັບຜິດຊອບເລື່ອງນີ້ແລ້ວພາລູກໄປໂຮງຫມໍເສດຖາ

👉ເພິນໄດ້ໃຫ້ລົດມາຮັບຢູ່ບ້ານສວນເພາະນຸ້ຍກັກໂຕຢູ່ຫັ້ນ ນຸ້ຍເລືອກທີ່ຈະເອົາແມ່ເຖົ້າໄປນຳເພາະເພິນກໍ່ມີອາການມື້ທີ່1 : ລົດກູ້ໄພມາຮັບ ເວລາ 11.25ນາທີ່ ເພື່ອໄປໂຮງຫມໍເສດຖາ ຫລັງຈາກນັ້ນກໍ່ຮອດໂຮງຫມໍ ທ່ານຫມໍໄດ້ຖາມເບີໂທ

ວອດແອບ ແລະ ກໍ່ໄດ້ພາຂຶ້ນໄປພັກຢູ່ຫ້ອງ ຫ້ອງທີ່ໄດ້ຢູ່ແມ່ນສະດວກສະບາຍ ເຮົາຢູ່ກັນ3ຄົນ ມີຫ້ອງນໍ້າ ແລະ ມີແອພ້ອມ ຫລັງຈາກນັ້ນທ່ານຫມໍເດັກກໍ່ໂທຖາມອາການແລະບອກເອົາລົງມາກວດ


ມື້ທີ່2 : ນຸ້ຍກັບລູກ ແລະ ແມ່ເຖົ້າໄດ້ກວດເລືອດ ແລະເອ້ກສະເລປອດ ແລ້ວກໍ່ໄດ້ພາລູກໄປກວດກັບຫມໍເດັກ ແລະໄດ້ໃຫ້ກິນຢາ ມິນລາ 1ml ເຊົ້າແລງ

-ມື້ທີ່3: ຜົນອອກມາແລ້ວ ຫມໍມີຢາໃຫ້ກິນ ເຊົ້າ2ເມັດແລງ2ເມັດ ຢາໂຕນີ້ຕ້ອງກິນຕົງຕາມເວລາ ພ້ອມກັບກິນຢາ ມິນລາຄືເກົ່າ ແລະ ທ່ານຫມໍແນະນຳໃຫ້ລ້າງດັງທຸກມື້ ເພາະລູກມີຂີ້ສະເລດຫລາຍ


-ມື້ທີ່3ໄດ້ພາລູກລົງໄປລ້າງດັງແລະກວດນຳທ່ານຫມໍເດັກ ທ່ານຫມໍໃຈດີໂທຖາມອາການຕະຫລອດເລີຍວ່າລູກເປັນແບບໃດ ໃຫ້ຖ່າຍສີດີໂອໃຫ້ເບິ່ງ ຍັງໃຫ້ກິນຢາ ມິນລາ ວັດໄຂ້ແລະອົກຊີເຈນ

-ມື້ທີ່4 ກໍ່ລົງໄປລ້າງດັງ ແລະ ກວດປົກກະຕິ ກິນຢາມິນລາ ແລະ ວັດໄຂ້ ພ້ອມກັບອົກຊີເຈນ

ມື້ທີ່5 ລູກໄດ້ຖ່າຍຫລາຍ ຕັນດັງ ຖ່າຍມີມູກ ຫມໍເລິຍເພີ່ມຢາໃຫ້ ແລະ ຕິດຕາມອາການ ກິນຢາຜະສົມນໍ້ານົມ ແລະ ມິນລາ ພ້ອມກັບຢາອີກໂຕ1ຫມໍບອກວ່າຄືຊິ່ງ ເຮັດໃຫ້ລຳໃຊ້ດີ

-ມື້ທີ່6 ພາລູກໄປກວດ ແລະ ລ້າງດັງ ແລະ ກິນຢາປົກກະຕິ


- ມື້ທີ່7 ທີ່8 ກໍ່ເຮັດປຢກກະຕິ ກວດແລະ ລ້າງດັງ ແລະ ກິນຢາປົກກະຕິ-ມື້ທີ່ 9 ແມ່ນທ່ານຫມໍມາກວດຄືນ ແລະ ຟັງຜົນຖ້າເປັນລົບແມ່ນຈະໄດ້ອອກໂຮງຫມໍ ແລະ ກິນຢາປົກກະຕິ

- ມື້ທີ່10 ແມ່ນອອກໂຮງຫມໍ ເພາະຜົນເປັນລົບ✍️ ນຸ້ຍຢາກບອກທຸກຄົນວ່າໂຄວິດມັນບໍ່ແມ່ນໄຂ້ຫວັດທຳມະດາ ມັນອັນຕະລາຍສຳຫລັບເດັກແລະຜູ້ເຖົ້າທີ່ສຸດ ນຸ້ຍຖ້າບໍ່ພາລູກໄປໂຮງຫມໍ ເລືອກທີ່ຈະຮັກສາຢູ່ບ້ານ ປານນີ້ກໍ່ບໍ່ຮູ້ວ່າລູກຈະດີຂຶ້ນບໍ ແລະ ອາການລູກຈະເປັນແບບໃດ ເພາະຫລັງຈາກລູກໄດ້ຮັກສາໂຕຢູ່ໂຮງຫມໍອອກມາແມ່ນດີຂຶ່ນຫລາຍ ແຂງແຮງ ດູດນົມໄດ້ດີ ແລະ ທີ່ສຳຄັນຢູ່ໃກ້ຫມໍແມ່ນທດີທີ່ສຸດ

ສຸດທ້າຍນີ້ນຸ້ຍຂໍອວຍພອນໃຫ້ທ່ານຫມໍຈົ່ງມີສຸຂະພາບເຂັ້ມແຂງແລະຢູ່ຮັກສາຄົນເຈັບແບບນີ້ຕະຫລອດໄປຂໍໃຫ້ລຳລວຍສຸກກາຍສະບາຍໃຈເດີ

🙏 ຂອບໃຈທີ່ເອົາໃຈໃສເບິ່ງແຍງໃຫ້ຄຳປຶກສາຕະຫລອດເວລາ

🙏 ຂອບໃຈນໍ້າແລະອາຫານທຸກຄາບທີ່ມາສົ່ງໃຫ້ກິນ

🙏 ຂອບໃຈທີ່ຮັກແພງເຮົາສາມຄົນ

ສຸດທ້າຍນີ້ນຸ້ຍຂໍອວຍພອນໃຫ້ທ່ານຫມໍຈົ່ງມີສຸຂະພາບເຂັ້ມແຂງແລະຢູ່ຮັກສາຄົນເຈັບແບບນີ້ຕະຫລອດໄປຂໍໃຫ້ລຳລວຍສຸກກາຍສະບາຍໃຈເດີ

📌 ທີ່ສຳຄັນການຮັກສາແມ່ນຟຮີທຸກຢ່າງ ກິນຟຮີ ຢູ່ຟຮີ

ທີ່ມາ



0 Comments