
ພະແນກການເມືອງ ກອງພັນໃຫຍ່ 301 ໄດ້ສະຫຼຸບວຽກງານຮອບດ້ານປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022
ໃນວັນທີ 6 ມັງກອນ 2022 ນີ້ພະແນກການເມືອງ ກອງພັນໃຫຍ່ 301 ທີ່ຂຶ້ນກັບກອງພົນທີ 3 ໄດ້ສະຫຼຸບວຽກງານຮອດດ້ານ ປີ2021 ແລະ ວາງທິດທາງແຜ່ນການປີ 2022 ຂຶ້ນທີ່ສະໂມສອນຂອງກອງພັນໃຫຍ່ ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳຫຼ້າ ພັນທະຈັກ ຄະນະພັກຫົວໜ້າພະແນກການເມືອງ ກອງພັນໃຫຍ່ 301 ມີບັນດາຂະແໜງການ,ທີ່ຂຶ້ນກັບຕະຫຼອດຮອດພະນັກງານ - ນັກຮົບທົ່ວພະແນກ ເຂົ້າຮ່ວມຢ່າງພ້ອມພຽງໃນກອງປະຊຸມ ສະຫາຍພັນໂທ ຈັນດໍາ ແສງສະຫງ່າ ຫົວໜ້າຂະແໜງສັງລວມພະແນກການເມືອງ ກອງພັນໃຫຍ່ 301 ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ ປີ 2021 ແລະ ວາງທິດທາງແຜນການ ປີ 2022 ສະຫາຍໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປິ ທີ່ຜ່ານມາ ຕາມແຕ່ລະແຜນການວຽກງານຂອງກົມກອງ ໄດ້ຮັບປະກັນໃນຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ,ເອົາໃຈໃສ່ຊີ້ນໍາບັນດາກົມກອງ ປະສານງານສົມທົບກັບພະນັກງານຮາກຖານ, ພະນັກງານກຸ່ມບ້ານທີ່ຢູ່ປະຈໍາແຕ່ລະຈຸດ, ແຕ່ລະບ້ານເພື່ອເກັບກຳຂໍ້ມູນຢ່າງລະອຽດ ບົນພື້ນຖານປະຕິບັດຊີ້ນໍາວຽກງານສາມສ້າງ ໂດຍສຸ່ມໃສສ້າງບ້ານພັດທະນາຕິດພັນກັບທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຢູ່ບັນດາຈຸດທີ່ຫຼໍແຫຼມ ໃນຂອບເຂດກົມກອງຮັບຜິດຊອບ ໄປກັບການໂຄສະນາຂົນຂວາຍໃຫ້ປະຊາຊົນເຊື່ອມຊຶມກັບແນວທາງນະໂຍບາຍຂອງພັກ - ລັດ ໃຫ້ມີແນວຄິດການເມືອງໜັກແໜ້ນ,ເຄື່ອນໄຫວແກ້ໄຂໜໍ່ແໜງ ປະສານສົມທົບກັບອຳນາດການປົກຄອງ ລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາເປົ້າໝາຍ ພາກສ່ວນທີ່ເຄື່ອນໄຫວໄປທາງທີ່ບໍ່ດີຢ່າງຕໍ່ເນື່ອງ, ສ້າງແຜນການຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີຄະນະພັກກະຊວງປ້ອງກັນປະເທດວາງອອກ
ຊີ້ນໍາບັນດາຂະແໜງການ ສ້າງແຜນການໃນແຕ່ລະໄລຍະ ເພື່ອຮັບມືກັບສະຖານະການ ທີ່ອາດຈະເກີດຂຶ້ນ ກຽມພ້ອມຊ່ວຍເຫຼືອກອບກູ້ໄພພິບັດໃນບັນດາບ້ານທີ່ຢູ່ໃນຂອບເຂດກົມກອງຮັບຜິດຊອບ ຊີ້ນໍາບັນດາກົມກອງຈັດຕັ້ງປ້ອງກັນເວນຍາມ ຕາມສະຖານທີ່ຄ້າຍຄູ່, ສ້າງຄັງ ປ້ອງກັນບັນດາກອງປະຊຸ່ມໃຫຍ່ຕ່າງໆ ແລະ ບັນດາງານອື່ນໆຮັບປະກັນຄວາມປອດໄພ 100 % ສຶກສາອົບຮົບການເມືອງນໍາພາແນວຄິດ ໃຫ້ພະນັກງານ - ນັກຮົບ ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ - ລັດ ໂດຍສະເພາະແມ່ນເນື້ອໃນກອງປະຊຸ່ມໃຫຍ່ຄັ້ງທີ 11ຂອງພັກ ກອງປະຊຸ່ມໃຫຍ່ຂອງຄະນະພັກຮາກຖານພະແນກການເມືອງ ເອົາໃຈໃສ່ຊຸກຍູ້ ແລະ ເປັນເຈົ້າການເຄື່ອນໄຫວໂຄສະນາແນວທາງນະໂຍບາຍຂອງພັກ - ລັດ, ບັນດາມູນເຊື້ອຂອງກອງທັບ ຊີ້ນໍາບັນດາຂະແໜງການ,ພະນັກງານ-ນັກຮົບ ວຽກງານຮັບປະກັນພາລາທິການເຕັກນິກ ໄດ້ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໂດຍປະຕິບັດ ຕາມທິດຊີ້ນໍາ ຂອງຂັ້ນເທິ່ງ ຕາມທິດນຳ ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ຊຸກຍູ້ວຽກງານການປູກກ້ອຍ,ລ້ຽງປາ,ລ້ຽງໝູ,ແບ້,ງົວ ແລະ ສັດປີກອີກ ຈຳນວນໜຶ່ງ ໃນນີ້ກົມກອງສາມາດຮັບປະກັນ ກິນເຂົ້າ 3 ຄາບຕໍ່ມື້ ແລະ ອາຫານ 3 ເຍື່ອງຂຶ້ນໄປ ສາມາດສ້າງລາຍຮັບທັງໝົດ 42,ກ້າວກີບ,ຈາກນັ້ນກອງປະຊຸມພະນັກງານ-ສະມາຊິກພັກ,ນັກຮົບ ໄດ້ປະກອບຄຳຄິດເຫັນ ຈຸດດີ, ຈຸດອ່ອນ,ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້,ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບມີຄວາມໝາຍຄວາມສຳຄັນ,ພ້ອມນຳໄປຈັດຕັ້ງປະຕິບັດໃນປີ 2022 ໃຫ້ເກີດດອກອອກຜົນ, ພ້ອມທັງຜ່ານທິດທາງແຜ່ນ,ແຜນການໃນປີ 2022 ແມ່ນຈະຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງໃຜລາວໃຫ້ມີຜົນສໍາເລັດສູງກ້າວປີຜ່ານມາ, ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີການພັດທະນາກ່າວຂຶ້ນຢ່າງບໍ່ຢຸດຍັ້ງ ແລະ ໃຫ້ປະກົດຜົນເປັນຈິ່ງ
ໃນຕອນທ້າຍຂອງກອງປະຊຸ່ມໄດ້ຮັບຟັງການໂອ້ລົມຂອງສະຫາຍ ພັນໂທ ຄຳຫຼ້າ ພັນທະຈັກ ຄະນະພັກຫົວໜ້າພະແນກການເມືອງ ກອງພັນໃຫຍ່ 301 ກອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາ ພະນັກງານ - ນັກຮົບ ທົ່ວພະແນກການເມືອງ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ສະຫາຍໄດ້ເໜັ້ນໜັ້ກໃຫ້ພະນັກງານ - ນັກຮົບ ຈົ່ງເອົາໃຈໃສ່ໃນການປະຕິໜ້າທີ່ວຽກງານວິຊາສະເພາະຂອງຕົນ,ໃຫ້ມີຄວາມຮັບຜິດຊອບສູງ ເພີ່ມທະວີວຽກງານສຶກສາອົບຮົບການເມືອງນໍາແນວຄິດ ໃຫ້ອ້າຍນ້ອງພະນັກງານ - ນັກຮົບ ປະຕິບັດໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ - ລັດ ວາງອອກ ເພີ່ມທະວີ ວຽກງານໃນການປະຕິບັດລະບຽບຂອງກົມກອງກໍ່ຄືຂໍ້ກຳນົດກົດລະບຽບຂອງກອງທັບ ວາງອອກໃນແຕ່ລະໄລຍະ ຈົ່ງນໍາເອົາເນື້ອໃຈຈິດໃຈກອງປະຊຸ່ມໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດຢູ່ໃນບັນດາຂະແໜງການ ຂອງໃຜລາວໃຫ້ເກີດດອກຜົນ ແລະ ກ້າວຂຶ້ນເທື່ອລະກ້າວ.
ຂຽນໂດຍ: ສ/ອ ເທບພະກອນ ລັດຕະນະສັກ
0 Comments