ແຊຣ໌ບອກຕໍ່ ອຸທາຫອນ!! ແລກປ່ຽນເງິນຕາອອນລາຍ ຖືກສູນເງິນໄປ 34 ລ້ານກວ່າກີບ

 


ເຕືອນໄພ! ສາວແລກປ່ຽນເງິນຜ່ານອອນລາຍ ສຸດທ້າຍຖືກຕົ້ມເສຍຫາຍ 34,960,000 ກີບ

ຈາກຜູ້ໃຊ້ເຟສບຸກຊື່Souksavanh Outhienthavone  ໄດ້ໂພສໃນວັນທີ 5 ມັງກອນ 2022 ວ່າ: ໂພສນີ້ພຽງຢາກອອກມາຝາກແຈ້ງເຕືອນທຸກຄົນເດີ້ ບໍ່ແມ່ນຂ້ອຍໂພສລົງເພື່ອໃຫ້ທຸກຄົນມາຊໍ້າເຕີມເດີ້ ຂໍນຳ ເພາະທຳອິດຂ້ອຍບໍ່ຢາກໂພສລົງ ແຕ່ຫຼາຍຄົນຢາກໃຫ້ໂພສລົງເພື່ອແຈ້ງເຕືອນແຊຮ໌ຕໍ່ໆເພື່ອໃຫ້ທຸກຄົນທີ່ບໍ່ທັນຮູ້ ເຂົ້າເລື່ອງເລີຍ:


ເລື່ອງມີຢູ່ວ່າ:ທຳອິດ ຂ ກະໂພສລົງກະຄິດວ່າຊິບໍ່ເປັນຫຍັງດອກເວົ້າກັບໂຕເອງ ວ່າຕ້ອງການເງິນບາດ ແລະ ມີເຟສບຸກຊື່ Noy Sst ກະບໍ່ໄດ້ເປັນໝູ່ໃນເຟສກັນດອກ ແລະໄດ້ມາຄອມເມັ້ນໂພສຂ້ອຍ ແລະ ມັນກະສົ່ງຫາຂ້ອຍສ່ວນໂຕ ແລະ ຂ ກະເຂົ້າໄປເບິ່ງໜ້າເຟສມັນແຕ່ບໍ່ໄດ້ຜິດສັງເກດຫຍັງ ຈັກຍ້ອນຫຍັງບໍ່ຮູ້ກະຍັງງົງໂຕເອງຄືກັນຄືໃຈງ່າຍແຮງ ກະສົ່ງຖາມເລດກັນນັ້ນນີ້ກະຄິດຢູ່ເລດຄືຖືກແທ້

ແຕ່ກະຍັງບໍ່ຜິດສັງເກດຫຍັງເລີຍ ຂ ກະຕົກລົງປ່ຽນກະໂອນເງິນໃຫ້ມັນໂດຍບໍ່ຄິດກ່ອນ ຫຼັງຈາກໂອນໄປກະຖ້າເງິນເຂົ້າບັນຊີ ຂ ກະໄດ້ເຂົ້າອອກເຂົ້າອອກ



ຈາກBCLປະມານ20ເທື່ອ ແຕ່ກະຍັງບໍ່ໂອນໃຫ້ຈັກເທື່ອ ກະເລີ່ມໃຈຄໍບໍ່ດີ ໂທຫາມັນກະບໍ່ຮັບ ສົ່ງຫາກະມີແຕ່ໂດຍ ຕິວ່າເລກບັນຊີຂ້ອຍບໍ່ຖືກ ແທ້ກະຖືກ ໂຕເອງເລີ່ມຄິດບໍ່ວ່າຊິຖືກຕົ້ມ ແຕ່ມັນກະຍັງຕອບມາ ກະໃຄໄປ ແລະກະຍັງບໍ່ໂອນຢູ່ ຄືວ່າໂອນເງິນບໍ່ດົນປານນັ້ນໜາ ກະສົ່ງນຳມັນອີກ ແລະກະວ່າກຳລັງໂອນ

ລູກຄ້າເຂົ້າຮ້ານ ກະຖ້າອີກ ແຕ່ເລີ່ມບໍ່ດີແຮງລະ ຄືມີແນວຢາກບອກ ແຕ່ຄືບອກຊ້າແທ້ ແລ້ວກັບມາຄິດວ່າໂອນໄປຫຍັງ ຮູ້ເຂົາດີລະບໍ ຄືອອກຮ້ອນອອກລົນຢາກໂອນແທ້ທັງໆທີ່ໝູ່ເຟສກະບໍ່ໄດ້ເປັນ ຮູ້ກະບໍ່ຮູ້ ບາດກັບມາເບິ່ງເຟສກະຫາສ້າງຂື້ນຈັກເອົາຮູບໃຜມາແອບອ້າງ



ແຕ່ກະໄດ້ແຕ່ຄິດເພາະໂອນໄປແລ້ວສາຍເກີນໄປ ຖາມຫຼາຍຮ້ານແຕ່ບໍ່ຍອມປ່ຽນ ແຕ່ເປັນຫຍັງຕ້ອງໃຫ້ມາເຈີກັບຜູ້ນີ້ ຕ້ອງຢາກປ່ຽນກັບຜູ້ນີ້ ຄາດຊິຊວຍຂ້ອຍແທ້

ຍິ່ງທັນສະໄໝເທົ່າໃດ ແຮງເລີ່ມຢູ່ຍາກເຂົ້າ ຄົນຂີ້ສໍ້ໂກງມີທຸກຮູບແບບຈົນນຳບໍ່ທັນສຸດແຕ່ລະວັງຍັງເຈີກັບໂຕເອງຈົນໄດ້ ແລະ ເຫັນຫຼາຍຄົນສົ່ງມາກະຖືກມັນໂກງຫຼາຍລ້ານ-ຫຼາຍແສນບາດເຕີບແຕ່ກະຍັງຫາມັນບໍ່ໄດ້ເງິນກະບໍ່ມີໃຜໄດ້ຄືນ ພວກ ຈ ເອົາຫຍັງເຮັດໃຈ ບໍ່ມີປັນຍາຫາເງິນດ້ວຍໂຕເອງປານນັ້ນພຸບໍ ຄືໄປຫາເລາະຕົວະຕົ້ມສໍ້ໂກງຄົນອື່ນແບບນີ້ ພວກ ຈ ຫາເງິນນຳຄົນອື່ນງ່າຍໆແບບນີ້ເລີຍບໍຄືມາຫາເງິນຢູ່ບົນຄວາມທຸກຂອງຄົນອື່ນແທ້



ໃຫ້ທຸກຄົນຢ່າຫຼົງເຊື່ອງ່າຍຄືຂ້ອຍໃຫ້ມີສະຕິຫຼາຍໆກວ່າຂ້ອຍໆນີ້ຜິດພາດແຮງແລ້ວຜິດພາດແບບບໍ່ມືນຫູມືນຕາ ຫຼົງໄຫຼຄືມີແນວກ່ອມຄືຢາກປ່ຽນຢາກໂອນໃຫ້ມັນແທ້ ເພາະປົກກະຕິເປັນຄົນມີສະຕິລະຫວັງເລື່ອງແບບນີ້



ເພາະເງິນເພື່ອຊິຫາໄດ້ແຕ່ລະກີບບໍ່ແມ່ນງ່າຍຕາຈົນຊິກະເດັນຫາທັງຊີວິດເງິນໂຮມໃຫ້ລູກເຈາະກະປຸກເງິນລູກພ້ອມເງິນຈຳນວນ34,960,000k ນີ້ໜ້ອຍສຳລັບຄົນອື່ນແຕ່ຫຼາຍແຮງສຳລັບຂ້ອຍເຫຼືອເກີນ ພຽງແຄ່ສ້ຽວນາທີເງິນກ້ອນນີ້ກະຫາຍໄປບໍ່ຄິດບໍ່ຝັນເລີຍວ່າຊິມາເຈິຄົນສໍ້ໂກງນັກຕົ້ມຕຸນແບບນີ້ ເມື່ອຍເດ ລ່ອຍແຮງ ຈັກເຈີເລື່ອງອີ່ຫຍັງຕໍ່ອີ່ຫຍັງ



ຢໍ້າເດີ້ໃຜເຫັນໂພສນີ້ຢ່າສຸໄປເວົ້າວ່າ ຄືໂງ່ແທະ ຄືຈ້າແທະ ຄືເຊື່ອຄົນງ່າຍແທະ ຮູ້ຈັກເຂົາດີລະບໍ ຄືບໍ່ໄປປ່ຽນຢູ່ຮ້ານ ຄືບໍ່ເບິ່ງດີໆກ່ອນ ເຈົ້າບໍ່ມາຢູ່ຈຸດນີ້ເຈົ້າບໍ່ຮູ້ດອກ ແລະ ບໍ່ມີໃຜຢາກປາຖະໜາໃຫ້ຖືກໂຕເອງ

ໂພສເລື່ອງຮ້າຍໆເປັນໂພສທຳອິດແລະຂໍເປັນໂພສເທື່ອສຸດທ້າຍຊາດໜ້າສັນໃດກະຢ່າໄດ້ພົບພໍ້ອີກຂໍໃຫ້ເຈົ້າໜ້າທີ່ໄລ່ຈັບນຳທັນຄົນແບບນີ້ເຖີ້ນຫາຍຈາກໂລກນີ້ໄປໄວໆ


ຂໍ້ມູນຈາກ: khonnaichai

0 Comments