ປກສ ນະຄອນຫຼວງວຽງຈັນ ມ້າງກຸ່ມແກ້ງປອມແປງເອກະສານປອມ 5 ຄົນ

 


ພະແນກສືບສວນ-ສອບສວນຄະດີອາຍາ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ມ້າງກຸ່ມແກ້ງປອມແປງເອກະສານປອມ 5 ຄົນ ໃນວັນທີ 22- 24 ພະຈິກ 2021, ຊື່: ທ້າວນ້ອຍ ອາຍຸ 19 ປີ ຢູ່ບ້ານຈອມມະນີ, ທ້າວຈິດອານັນ ອາຍຸ 24 ປີ ກໍາມະກອນ ຢູ່ບ້ານຄໍາສະຫວາດ, ທ້າວ ສົມສັກ ຫຼື ກົບ ອາຍຸ 27 ປີ ຄ້າຂາຍ ຢູ່ບ້ານ ໂນນສະຫວ່າງ ທັງສາມຄົນ ຢູ່ເມືອງໄຊເສດຖາ ນວ, 


ທ້າວ ອານຸສິດ ຫຼື ເລ້ ອາຍຸ 43 ປີ ພະນັກງານ ຢູ່ບ້ານພະຂາວ ເມືອງໄຊທານີ ແລະ ນາງ ອໍາພອນ ອາຍຸ 35 ປີ ປະຊາຊົນ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນວ. ຂອງກາງຄະດີ ເກັບກູ້ມາໄດ້ມີ: ປ້າຍທະບຽນປອມ 5 ແຜ່ນ, ໃບຂັບຂີ່ພາຫະນະປອມ 14 ໃບ, ໃບທະບຽນພາຫະນະປອມ 8 ໃບ, ບັດປະຈໍາຕົວປອມ 2 ໃບ, ໃບເສຍຄ່າທາງປອມ 2 ໃບ, ໃບກວດກາເຕັກນິກປອມ 4 ໃບ,


 ປຶ້ມເຫຼືອງປອມ 3 ຫົວ, ໃບພີວີຊີກາດບໍ່ທັນໄດ້ພິມຕົວໜັງສື 40 ໃບ (ມີໄວ້ເພື່ອເຮັດ ແລະ ພິມຕົວໜັງສືໃສ່ປະເພດ ໃບຂັບຂີ່ຍານພາຫະນະປອມ, ໃບທະບຽນຍານພາຫະນະປອມ, ບັດປະຈໍາຕົວປອມ), ຕາປະທັບປອມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ 1 ຕາ, ຕາປະທັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ແຂວງຄໍາມ່ວນ ບໍ່ມີອະນຸຍາດໃຫ້ນໍາໃຊ້ ຫຼື ເອີ້ນວ່າຕາປະທັບປອມ 1 ຕາ,


ກາຊື່ບຸກຄົນປອມ 3 ກາ, ກາຈໍ້າວັນທີ 1 ອັນ, ຄອມພີວເຕີຕັ້ງໂຕະ 1 ຊຸດ, ເຄື່ອງປິນເຕີ 2 ໜ່ວຍ, ເຄື່ອງລີດບັດແຂງ 1 ໜ່ວຍ ແລະ ເຄື່ອງຕັດເຈ້ຍ 1 ເຄື່ອງ. ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງ 5 ຄົນ ຮັບສາລະພາບວ່າ: ໄດ້ສົມຮູ້ຮ່ວມຄິດແບ່ງຄວາມຮັບຜິດຊອບກັນຕິດຕໍ່ພົວພັນກັບບັນດາບຸກຄົນ ແລະ ເຮັດທະບຽນປອມ ທີ່ຕ້ອງການແລ່ນເອກະສານຂຶ້ນທະບຽນໃບຂັບຂີ່ ແລະ ເສຍຄ່າທາງ ພາຍຫຼັງມີຄົນມາໃຊ້ບໍລິການ



ພວກກ່ຽວໄດ້ພາກັນມາຜະລິດຕາປະທັບ ແລະ ກາຊື່ ທີ່ບໍ່ມີອະນຸຍາດນໍາໃຊ້, ປອມແປງດ້ວຍການຮຽກເກັບຄ່າແຮງງານ ລົດຈັກຄັນໜື່ງ 1.200 000 ກີບ, ເອກະສານລົດໃຫຍ່ 3.300 000 ກີບ, ຜ່ານມາໄດ້ຜະລິດທະບຽນລົດຈັກປອມ 15 ຄັນ, ທະບຽນລົດໃຫຍ່ 15 ຄັນ, ບັດປະຈໍາຕົວປອມ 2 ບັດ. 




ໃນການເຮັດແມ່ນ ທ້າວອານຸສິດ ຫຼື ເລ້ ເປັນຜູ້ເຮັດ, ສ່ວນທ້າວສົມລັກ ຫຼື ກົບ, ນາງອໍາພອນ, ທ້າວຈິດອານັນ ແລະ ທ້າວນ້ອຍ ເປັນຜູ້ເອົາຂໍ້ມູນລາຍຊື່ບຸກຄົນທີ່ຕ້ອງການເຮັດເອກະສານປອມ ສົ່ງຂໍ້ມູນໃຫ້ທ້າວອານຸສິດ ຫຼື ເລ້. ປັດຈຸບັນ ຄະດີດັ່ງກ່າວ ຢູ່ຂັ້ນຕອນສືບຕໍ່ເກັບກໍາຂໍ້ມູນຫຼັກຖານຂະຫຍາຍຜົນສືບຄົ້ນຫາຜູ້ທີ່ມີການຊັດທອດ ນໍາຕົວມາດໍາເນີນຄະດີຕາມກົດໝາຍ

ຊົມຄລິບ


0 Comments