ການນຳແຂວງວຽງຈັນ ແລະ ກອງບັນຊາການທະຫານແຂວງວຽງຈັນ ວາງພວງມາລາ ເພື່ອລະລຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ.
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ (20/1/1949-20/ 1/2022), ໃນຕອນເຊົ້າຂອງວັນທີ 25 ມັງກອນ 2022 ນີ້, ການນຳແຂວງວຽງຈັນ ແລະ ກອງບັນຊາການທະຫານແຂວງວຽງຈັນ, ເຊິ່ງນໍາໂດຍ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆວຽງຈັນ,
ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ພ້ອມຄະນະ, ພະນັກງານຫຼັກແຫຼ່ງ, ກອງບັນຊາການ ປກສ ແຂວງ,
ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ອາດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 73 ປີ(20/1/1949-20/1/2022), ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.
ພາຍຫຼັງສໍາເລັດການວາງກະຕ່າດອກໄມ້ ທີ່ອານຸສອນສະຖານ ປະທານໄກສອນ ພົມວິຫານແລ້ວ, ກໍ່ໄດ້ສືບຕໍ່ໄປວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມ ຢູ່ກອງບັນຊາການທະຫານແຂວງວຽງຈັນ,
ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ
ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ, ປີ 1975.
ໂດຍ: ຈັນທະຈອນ ສີສະເກດ
ໂດຍ: ຈັນທະຈອນ ສີສະເກດ
ຮູບພາບອື່ນໆ:
0 Comments