ໃນແງ່ຂອງກົດໝາຍວ່າດ້ວຍສັດນ້ຳສັດ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2008

ກົດໝາຍ ສັດນໍ່າ ສັດປ່າ ຂອງ ສປປ ລາວ ລະບຸໄວ້ໃນມາດຕາ 4: ໄດ້ກຳນົດກໍາມະສິດກ່ຽວກັບສັດນໍ້າ ແລະ ສັດປ່າ ທີ່ບຸກຄົນ ແລະ ການຈັດຕັ້ງໄດ້ນໍາມາລ້ຽງ ແລະ ຂະຫຍາຍພັນດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນ ແມ່ນເປັນກໍາມະສິດຂອງບຸກຄົນ ແລະ ການຈັດຕັ້ງນັ້ນ ຕາມລະບຽບກົດໝາຍ.


ນອກຈາກນີ້, ໃນມາດຕາ 23 ໄດ້ລະບຸການຂຶ້ນທະບຽນ ແລະ ການແຈ້ງບັນຊີສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງທີ່ນຳມາລ້ຽງ ໃຫ້ປະຕິບັດດັ່ງນີ້:

1. ສັດນ້ຳ ແລະ ສັດປ່າ ທີ່ນໍາມາລ້ຽງເພື່ອເປັນທຸລະກິດ ຕ້ອງໄດ້ຂຶ້ນທະບຽນນຳຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານແລ້ວໃຫ້ລາຍງານຕໍ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ.


2. ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງບໍ່ເປັນທຸລະກິດ ແມ່ນບໍ່ໃຫ້ຂຶ້ນທະບຽນ ແຕ່ຕ້ອງໄດ້ແຈ້ງບັນຊີນຳໜ່ວຍງານປ່າໄມ້ບ້ານ ແລ້ວໃຫ້ລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ.



ພ້ອມດຽວກັນນີ້, ໃນມາດຕາ 71 ໄດ້ກຳນົດມາດຕະການທາງອາຍາ ໃນການກະທຳຜິດກ່ຽວກັບສັດນໍ້າ ແລະ ສັດປ່າ ກໍລະນີຄື: ຫາສັດນ້ຳ ແລະ ລ່າສັດປ່າ ທໍາມະຊາດ ປະເພດຫວງຫ້າມທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ປາຂ່າ, ຊ້າງ, ເສືອໂຄ່ງ, ແຮດ, ເສົາຫລາ, ໝີ, ເມີຍ ແລະ ງົວບາ. ສະນັ້ນ, ສາມາດສະຫຼຸບໄດ້ວ່າ ລີງ ແມ່ນເປັນສັດປ່າບໍ່ໄດ້ຖືກຈັດຢູ່ ປະເພດຫວງຫ້າມທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊິ່ງສາມາດລ້ຽງໄດ້ຕາມກົດໝາຍດັ່ງກ່າວນີ້.​

ສຳລັບການເອົາສັດທີ່ຫວງຫ້າມມາລ້ຽງນັ້ນແມ່ນສາມາດເຮັດໄດ້ຕາມກົດຫມາຍ ແຕ່ຕ້ອງໄດ້ເບິ່ງວ່າການນຳເອົາສັດນັ້ນມາລ້ຽງແມ່ນໄດ້ປະຕິບັດຕາມຂະບວນການຂອງກົດຫມາຍແລ້ວບໍ່ ໄດ້ມີການລະເມີດກົດຫມາຍຫລື ບໍ່. ສະນັ້ນຖ້າຫາກການເອົາສັດນັ້ນມາລ້ຽງຫາກບໍ່ຖືກຕ້ອງຕາມຂະບວນການ ຫລື ຕາມທີ່ກົດຫມາຍໄດ້ກຳນົດໄວ້ກໍຖືວ່າຜິດກົດຫມາຍ ແລະ ເຈົ້າຫນ້າທີ່ກໍ່ມີສິດຈັດຕັ້ງປະຕິບັດກົດຫມາຍຕາພາລະບົດບາດຂອງເຂົາ.