ເມື່ອເຈົ້າຂອງເຟສບຸກທີ່ມີຊື່ວ່າ Umi Mimi ໄດ້ໂພສພາບຄວາມແຕກຕ່າງລະຫວ່າງ ຕອນຫາເງິນ ແລະ ຕອນໄປຫຼິ້ນໄປງານ ຜ່ານແຄັບຊັນທີ່ວ່າ: “ນີ້ແຫລະຊີວິດຂ້ອຍ ຍາມຫາກໍຕ້ອງຫາ ຍາມຫລິ້ນກໍຕ້ອງຫລິ້ນ ບໍ່ເຄີຍອາຍ ເຮັດທຸກຢ່າງທີ່ໄດ້ເງິນ ຫນັກເບົາເອົາສູ້ ບໍ່ເລືອກວຽກເຮັດງານທຳ ເກີດມາສູ້ກໍຕ້ອງສູ້”.
ຈົ່ງໃຫ້ກຽດຕົນເອງ ແລະ ໃຫ້ກຽດຄົນອື່ນພ້ອມ. ຖືໄດ້ວ່າເລື່ອງນີ້ເຫຼົ່າຊາວເນັດໃຫ້ຄວາມສົນໃຈພໍສົມຄວນ ແລະ ຄົງຈະກົງກັບຊີວິດໃຜຫຼາຍຄົນ. ແນວໃດກໍຕາມ ມ່ວນຂໍເປັນກໍາລັງໃຈໃຫ້ທຸກອາຊີບທີ່ເຮັດດ້ວຍຄວາມສຸດຈະລິດ “ບໍ່ອາຍທໍາກິນ ບໍ່ໝິ່ນເງິນນ້ອຍ ບໍ່ຄອຍວາດສະໜາ” ຕ້ອງມີມື້ທີ່ເປັນຂອງເຮົາ
0 Comments