ໂສມໜ້າໂຈນ ປຸ້ນຮ້ານເສື້ອຜ້າຄົນຈີນ

 


ດ່ວນ!! ປກສ ບ້ານທົ່ງຕູມ ຈັບເປົ້າໝາຍປຸ້ນຊັບ 17 ລ້ານກີບ


" ປກສ ບ້ານທົ່ງຕູມ ຈັບເປົ້າໝາຍປຸ້ນຊັບ 17 ລ້ານກີບ "

ວັນທີ 3 ມັງກອນ 2022 ປກສ ບ້ານທົ່ງຕູມ ເມືອງຈັນທະບູລີ ໄດ້ຈັບຕົວ ທ້າວ ຈັນທະສອນ (ກ້ວຍ) ອາຍຸ 35 ປີ ສັນຊາດລາວ ຫວ່າງງານ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນວ, ຖານປຸ້ນຊັບພົນລະເມືອງ

ພາຍຫຼັງທີ່ຜູ້ກ່ຽວກໍ່ເຫດປຸ້ນຊັບເຈົ້າຂອງຮ້ານເສື້ອຜ້າ ຄົນຈີນ ຢູ່ບ້ານທົ່ງຕູມ ໃນວັນທີ 29 ທັນວາ 2021 ຜົນເສຍຫາຍມີກະເປົາພາຍສີດຳ 1 ໜ່ວຍ; ໃນນັ້ນມີເງິນ 17 ລ້ານກີບ ແລະ ສະກຸນເງິນໄທ 7 ພັນບາດ.

ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນວັນທີ 29 ທັນວາ 2021 ວ່າ: ມີຄົນຮ້າຍ 1 ຄົນຂັບຂີ່ລົດຈັກມາຈອດຢູ່ຕໍ່ໜ້າຮ້ານຂາຍເຄື່ອງຂອງຕົນ ຢູ່ ບ້ານທົ່ງຕູມ ຫຼັງຈາກນັ້ນ ຄົນຮ້າຍໄດ້ຍ່າງເຂົ້າມາທຳຮ້າຍຮ່າງກາຍຕົນແລ້ວ ດືງເອົາກະເປົາທີ່ຕົນພາຍຢູ່ແລ້ວຂີ່ລົດໜີໄປມີເງິນ 17 ລ້ານກີບ ແລະ ສະກຸນເງິນໄທ 7 ພັນບາດ

ເມື່ອເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມກໍຮີບຮ້ອນປະສານສົມທົບກັບການຈັດຕັ້ງບ້ານ ແລະ ປກສ ກຸ່ມເກັບກຳຂໍ້ມູນສະຖານທີ່ເກີດເຫດ ຈາກກ້ອງວົງຈອນປິດສາມາດຄັດຈ້ອນເປົ້າໝາຍໄດ້ ຈິ່ງໄດ້ແບ່ງຄວາມຮັບຜິດຊອບ ໃຫ້ບ້ານ ແລະ ກຸ່ມຕິດຕາມ ມາຮອດວັນທີ 3 ມັງກອນ 2022, ເວລາ 13: 30 ໂມງ ປກສ ບ້ານທົ່ງຕູມ ຈິ່ງໄດ້ນຳກຳລັງເຂົ້າຈັບຕົວໄດ້ ແລະ ມອບໃຫ້ ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ສອບສວນ

ຜ່ານການສອບສວນ ທ້າວ ຈັນທະສອນ ຫຼື ກ້ວຍ ໃຫ້ການຮັບສາລະພາບວ່າ: ຕົນໄດ້ລົງມືກໍ່ເຫດແທ້ ແລະ ກ່ອນທີ່ຖືກຈັບຕົວຕົນໄດ້ຂັບຂີ່ລົດຈັກມາຮອດເຂດບ້ານດັ່ງກ່າວ ເພື່ອຈະລົງມືປຸ້ນຊັບອີກ ແຕ່ຖືກ ປກສ ບ້ານທົ່ງຕູມ ຈັບຕົວກ່ອນ

ປັດຈຸບັນເຈົ້າໜ້າທີ່ພວມປະກອບສຳນວນຄະດີ ລາຍງານຕໍ່ອົງການໄອຍະການປະຊາຊົນເຂດ III ເພື່ອດໍາເນີນຄະດີຕາມກົດໝາຍ

ຂໍ້ມູນຈາກ: khonnaicha

0 Comments