ສັນຍາກຳ ຍ້ອນຖືກເຢາະເຢີ້ຍ "ປ່ຽນເປັນຄົນລະຄົນ"



ເອີ້ນໄດ້ວ່າສັນຍະກໍາພິກຊີວິດເລີຍກໍ່ວ່້າໄດ້ ສໍາລັບຜູ້ໃຊ້ຕິກຕັອກ ຊາວຫວຽດນາມຄົນໜຶ່ງ ເຊິ່ງກໍາລັງໄດ້ຮັບຄວາມສົນໃຈໃນໂລກໂຊຊຽວ ຫຼັງຜູ້ກ່ຽວໂພສພາບປຽບທຽບຕົນເອງລະຫວ່າງອາດີດກັບປັດຈຸບັນ ຄວາມແຕກຕ່າງຂອງຮູບເຮັດໃຫ້ຊາວເນັດຕົກໃຈເປັນຢ່າງຍິ່ງ ທັ້ງໃບໜ້າ ດວງຕາ, ດັງ, ປາກ ທີ່ແຕກຕ່າງກັນ ຈົນຕ້ອງເອີ່ຍປາກວ່າປານຄົນລະຄົນ.



ຊາຍຄົນດັ່ງກ່າວມີຊື່ວ່າ: ໂດ໋ ວັນ ກ່ວຽນ ໄວ 26ປີ ປັດຈຸບັນເຮັດວຽກເປັນຊ່າງແຕ່ງໜ້າຢູ່ໄຊງ່ອນ ຜູ້ກ່ຽວໃຊ້ເງິນໃນການສັນຍະກໍາທັງໝົດ 520.000ບາດ ຫຼື ປະມານ 170 ລ້ານກວ່າກີບ ໄດ້ທໍາການຜ່າຕັດເສີມຄວາມງາມໄປຫຼາຍຄັ້ງ ມີທັງເສີມດັງ, ເຮັດຄາງ, ເຮັດປາກກະຈັບ, ເຮັດຕາສອງຊັ້ນ ເນື່ອງຈາກຖານະທາງບ້ານບໍ່ຄ່ອຍດີປານໃດ ຈຶ່ງຕ້ອງໄດ້ຈ່າຍຄ່າຜ່າຕັດທັງໝົດ ດ້ວຍເງິນອອມຂອງຕົນເອງ.


ທັ້ງນີ້, ໂດ໋ ວັນ ໄດ້ເປີດເຜີຍເຖິງສາເຫດການສັນຍະກໍາວ່າ: ຍ້ອນຮູບຮ່າງໜ້າຕາພາຍນອກຂອງຜູ້ກ່ຽວ ເຮັດໃຫ້ຊອກວຽກຍາກ ແຕ່ກ່ອນເວລາໄປສະໝັກວຽກ ເຄີຍຖືກຜູ້ສໍາພາດເຢາະເຢີ້ຍ ແລະ ນາຍຈ້າງປະຕິເສດການຈ້າງງານຍ້ອນໜ້າຕາຢູ່ຫຼາຍເທື່ອ.



ຈົນເຮັດໃຫ້ເຂົາຕັດສິນໃຈປ່ຽນແປງຊີວິດຕົນເອງດ້ວຍການໄປເຮັດສັນຍະກໍາ ແລະ ຜົນທີ່ໄດ້ຮັບນັ້ນມັນຄຸ້ມຫຼາຍ ເຂົາເລົ່າວ່າຫຼັງຈາກສັນຍະກໍາຄັ້ງທໍາອິດ ໄດ້ກັບໄປຫາພໍ່ແມ່ທີ່ບ້ານ ພວກທ່ານເກືອບຈະຈື່ບໍ່ໄດ້.


ຕໍ່ມາຜູ້ກ່ຽວໄດ້ໂພສ໌ຄລິບວີດີໂອປຽບທຽບຕົນເອງ ກ່ອນ ແລະ ຫຼັງເຮັດສັນຍະກໍາລົງຕິກຕັອກ  ຫຼາຍຄົນແທບບໍ່ຢາກເຊື່ອວ່າເປັນຄົນດຽວກັນ ແລະ ແນ່ນອນວ່າເຂົາຖືກຜູ້ຄົນບາງສ່ວນວິພາກວິຈານ ແຕ່ເຂົາບໍ່ໄດ້ໃສ່ໃຈຫຼາຍ ທີ່ຜ່ານມາເຂົາບໍ່ເຄີຍເສຍໃຈເລື່ອງການເຮັດສັນຍະກໍາ ເພາະຕອນນີ້ຊີວິດດີຂຶ້ນຫຼາຍ ການງານທຸກຢ່າງລາບລື່ນ.



ພ້ອມທັງບອກຊາວເນັດວ່າ ຢ້່ໄປໃສ່ໃຈກັບຄໍາ່ເວົ້າຂອງຄົນອື່ນຫຼາຍ ຫາກສິ່ງທີ່ເຮົາເຮັດນັ້ນ ເຮັດແລ້ວເຮົາສະບາຍໃຈ ບໍ່ເດືອດຮ້ອນໃຜ ກໍ່ຈົ່ງເຮັດມັນຕໍ່ໄປ.

0 Comments